ວັດທະນະທຳ

ໂຮງລ້ຽງເດັກຫວຽດໄດ້ຖືກສະເໜີໃຫ້ເປັນໜຶ່ງໃນ 30 ກິດຈະການທີ່ພົ້ນເດັ່ນຂອງໂລກ

ໂຮງລ້ຽງເດັກ Farming Kindergarten ທີ່ຕາ​ແສງ ຮ໋ວາອານ, ນະຄອນ ບຽນຮ່ວາ, ແຂວງໂດ່ງນາຍ ໄດ້ຮັບ​ກຽດ​ຈາກສະຖາບັນສະຖາປັດຕະຍະກຳພະລາຊະວົງ ອັງກິດ (RIBA) ສະເໜີຄັດ​ເລືອກ​ເອົາ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ເປັນໜຶ່ງ ໃນຈໍານວນ30 ກິດຈະການທີ່ພົ້ນເດັ່ນຂອງໂລກປີ 2016 ອັນເນື່ອງຈາກວ່າ ນີ້ແມ່ນກິດຈະການທີ່ມີຄວາມປະສົມ ກົມກຽວກັນກັບທຳມະຊາດ ທັງປະຢັດພະລັງງານອີກດ້ວຍ. 
ໂຮງລ້ຽງເດັກຫວຽດທີ່ມີເອກະລັກພິເສດນີ້ໄດ້ຮັບການ ກໍ່ສ້າງຂຶ້ນເພື່ອຕອບສະໜອງຄວາມຕ້ອງການຢາກໃຫ້ມີໂຮງຮຽນສະເພາະສໍາລັບລູກຫລານຂອງພະນັກງານ-ກໍາມະກອນບໍລິສັດຜະລິດເກີບໜັງPouchen. ທິມງານ ນັກສະຖາປານິກ ຫວໍຈ້ອງເງ້ຍ, Takashi Niwa, Masaaki Iwamoto ແລະ ບັນດາເພື່ອນຮ່ວມງານຂອງບໍລິສັດ Vo Trong Nghia Architects ໄດ້ຮ່ວມໄມ້ຮ່ວມມືກັນ ສ້າງ ກິດຈະການສີຂຽວ, ຖາວອນ, ມູ່ງໄປສູ່ຄວາມປະສົມກົມກຽວ ກັນກັບທໍາມະຊາດ ແລະ ປະຢັດພະລັງງານຢ່າງສູງສຸດນີ້ຂຶ້ນ. ເຂົ້າເຈົ້າໄດ້ຖືເອົາປະເພດຫຍ້າ 3 ໃບ(Trifolium) ເພື່ອສະແດງໃຫ້ເຫັນເຖິງແນວຄວາມຄິດຂອງຕົນ.

ເບິ່ງແຕ່ມຸມສູງ, ໂຮງລ້ຽງເດັກ Farming Kindergarten ເໝືອນຕົ້ນຫຍ້າສາມໃບຕົ້ນໜຶ່ງ ດ້ວຍຮູບຊົງເປັນກຽວແບບກົ້ນຫອຍ. ທັງໝົດສະປັດຕະຍະກໍາສ່ວນຫຼັງຄາເຮືອນແມ່ນ ເຊື່ອມຕໍ່ກັບເດີ່ນຫຼິ້ນ ສ້າງເປັນເດີ່ນຫຍ້າຂຽວທີ່ຍາວຢຽດ. ຫຼັງຈາກໄດ້ຮັບການກໍ່ສ້າງເປັນເວລາຫຼາຍເດືອນ, ກິດຈະການດັ່ງກ່າວໄດ້ສຳເລັດໃນເມື່ອເດືອນຕຸລາ 2013 ເທິງເນື້ອທີ່ດິນ 3.800 ແມັດມົນທົນລວມມູນຄ່າທັງໝົດ 60 ກວ່າຕື້ດົ່ງ. 

ພາບລວມຂອງໂຮງລ້ຽງເດັກ Farming Kindergarten ທີ່ຕາແສງຮ໋ວາອານ, ນະຄອນບຽນຮ່ວາ, ແຂວງໂດ່ງນາຍ. ພາບ: ບໍລິສັດ ຫວໍຈ້ອງເງ້ຍ Architects


ຫຼັງຄາມີລວງສູງ 1,5 ຊັ້ນຂອງໂຮງລ້ຽງເດັກໄດ້ຮັບການ ອອກແບບຄ່ອຍໆຫຼຸດຄວາມສູງລົງສູ່ໜ້າດິນ. ພາບ: ບໍລິສັດ ຫວໍຈ້ອງເງ້ຍ Architects


ບັນດາຫ້ອງຮຽນ ແລະ ຫ້ອງໜ້າທີ່ການຕ່າງໆລ້ວນແຕ່ນອນ ຢູ່ໃຕ້ສ່ວນຫຼັງຄາ. ພາບ: ທົງຫາຍ


ບັນຍາກາດທີ່ສົດໃສເຢັນດີຂອງໂຮງລ້ຽງເດັກ Farming Kindergarten. ພາບ: ທົງຫາຍ


ເນື້ອທີ່ທັງໝົດບໍລິເວນໂຮງຮຽນກວ່າ 70% ແມ່ນໄດ້ປູກ ຕົ້ນໄມ້ ແລະຫຍ້າເຕັມໄປໝົດ. ພາບ: ທົງຫາຍ


ໂຮງຮຽນສາມາດຕອບສະໜອງຄວາມຮຽກຮ້ອງ ຕ້ອງການດ້ານການສຶກສາ ແລະ ລະຫຼິ້ນຂອງເດັກນ້ອຍ 700 ຄົນໃນໄວອາຍຸແຕ່ 2-5 ປີ. ພາບ: ທົງຫາຍ
 

ຍ້ອນຈຸດປະສົງກໍ່ສ້າງໂຮງຮຽນໃຫ້ແກ່ລູກຫລານຂອງກຳມະກອນ. ສະນັ້ນ, ພວກຂ້າພະເຈົ້າຕ້ອງຄິດໄລ່ ການອອກແບບແນວໃດໃຫ້ມີຄ່າສິ້ນເປືອງຕໍ່າສຸດ, ນຳໃຊ້ວັດສະດຸທີ່ງ່າຍດາຍ ແຕ່ຍັງຮັບປະກັນໄດ້ດ້ານການນຳໃຊ້ ແລະ ລັກສະນະໝັ້ນຄົງຂອງກິດຈະການ. ອອກແບບສີຂຽວແມ່ນການເລືອກເຟັ້ນທີ່ດີທີສຸດກ່ຽວກັບການປະສານກົມກຽວກັບທຳມະຊາດ. ຄ່າໃຊ້ຈ່າຍໃນການກໍ່ສ້າງແມ່ນ 500 ໂດລາສະຫະລັດຕໍ່ຕາລາງແມັດ ຊຶ່ງລວມທັງໝົດ ທັງຄ່າປະກອບເຄື່ອງອຸປະກອນນໍາ. ນັ້ນແມ່ນຄ່າສິ້ນເປືອງຕຳ່ຢູ່ຫວຽດນາມໃນປັດຈຸບັນ”. 
(ນັກສະຖາປານິກ ຫວໍຈ້ອງເງ້ຍ)
ເນື້ອທີ່ທັງໝົດບໍລິເວນໂຮງຮຽນກວ່າ 70% ແມ່ນໄດ້ປູກ ຕົ້ນໄມ້ເຕັມໄປໝົດ. ໂຮງຮຽນມີ 18 ຫ້ອງຮຽນ ແລະ ຫ້ອງວິຊາການຕ່າງໆເຊັ່ນ: ຫ້ອງດົນຕີ, ຫ້ອງຈິດຕະກອນ, ຫ້ອງສາທາລະນະສຸກ, ຫ້ອງແຕ່ງກິນ, ຫ້ອງກາຍະກໍາ, ຫ້ອງຫລິ້ນຂອງເດັກ ແລະ ອື່ນໆ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດ້ານການສຶກສາ,  ລະຫຼິ້ນ ແລະ ມ່ວນຊື່ນສໍາລັບເດັກນ້ອຍ 700 ຄົນໃນໄວອາຍຸແຕ່ 2-5 ປີ.

ການອອກແບບກໍ່ສ້າງໂຮງຮຽນແມ່ນຖືສໍາຄັນດ້ານການ ປະຢັດພະລັງງານ. ເບື້ອງນອກຂອງບັນດາຫ້ອງຮຽນແມ່ນອ້ອມຮອບໄປດ້ວຍຊ້າມເຄືອໄມ້ທີ່ຂຽວສະອຸມ. ໝົດທຸກ ຫ້ອງລ້ວນແຕ່ໄດ້ຮັບການອອກແບບຢ່າງປອດໂປ່ງເຢັນດີ, ຮັບປະກັນແສງສະຫວ່າງ, ໝຸນໃຊ້ກະແສລົມລ່ວງ ແລະ ຮົ່ມໄມ້ສີຂຽວເພື່ອຫຼຸດຜ່ອນຄວາມຕ້ອງການນຳໃຊ້ແອເຢັນ. ບັນດາພາຫະນະອຸປະກອນເຊັ່ນ: ຖ່ານພະລັງແສງຕາເວັນ, ຈັກກ່ັນຕອງນ້ຳ, ປະຕູລົມລ່ວງ, ນຳໃຊ້ແຫຼ່ງນ້ຳທີ່ຜ່ານການໃຊ້ແລ້ວເພື່ອຫົດຕົ້ນໄມ້ ແລະ ອື່ນໆ… ທັງມົດໄດ້ຖືກນໍາໃຊ້ຢ່າງສຸດຄວາມສາມາດເພື່ອຮັບປະກັນລັກສະນະຍືນຍົງຖາວອນສູງສຸດຂອງກິດຈະການ.

ຈຸດເນັ້ນຂອງໂຮງລ້ຽງເດັກ Farming Kindergarten ແມ່ນການອອກແບບທຸກຢ່າງລ້ວນແຕ່ມຸ່ງສູ່ຈຸດປະສົງລະຫຼິ້ນ, ມ່ວນຊື່ນ ແລະ ຮໍ່າຮຽນຂອງນ້ອງນ້ອຍ. ໃນເຂດບໍລິເວນກາງແຈ້ງ, ແຕ່ລະຕອນຂອງຫລັງຄາແມ່ນແຕ່ລະຕອນຫຍ້າ ແລະຕົ້ນໄມ້ທີ່ຂຽວງາມ. ບັນດາສວນຜັກປຽບເໝືອນນິຄົມກະເສດຊ່ວຍໃຫ້ພວກນ້ອງນ້ອຍຜ່ານປະສົບການດ້ານກະສິກໍາ ທັງສະໜອງສ່ວນໃດສ່ວນໜຶ່ງອາຫານໃນຄາບເຂົ້າຂອງໂຮງຮຽນ. ນີ້ກໍ່ຍັງເປັນເດີ່ນຫຼິ້ນຢູ່ກາງແຈ້ງທີ່ໜ້າຈັບອົກຈັບໃຈແລະ ປອດໄພທີ່ສຸດສໍາລັບເດັກເຖິງແມ່ນວ່າພວກເຂົາຢູ່ໃນໄວຂີ້ດື້ລື່ນເລີງໃຈ ເພາະໄດ້ຮັບການປ້ອງກັນດ້ວຍຮົ້ວກໍາແພງທີ່ແໜ້ນໜາດີ. ການອອກແບບສີຂຽວສຶກສາໃຫ້ເດັກນ້ອຍ ເຂົ້າໃຈກ່ຽວກັບຄວາມສຳຄັນຂອງທຳມະຊາດ, ຂອງ ກະສິກຳ.


ໂຮງລ້ຽງເດັກນີ້ໄດ້ຮັບການກໍ່ສ້າງສຳລັບລູກຫລານ ພະນັກງານ ແລະ ກຳມະກອນຂອງບໍລິສັດຜະລິດເກີບໜັງ Pouchen. ພາບ: ທົງຫາຍ


ຄາບເຂົ້າຕອນທ່ຽງຂອງພວກນ້ອງນ້ອຍທີ່ໂຮງລ້ຽງເດັກ Farming Kindergarten. ພາບ: ທົງຫາຍ


ຖົງເປ້ຂອງເດັກນ້ອຍແຕ່ລະຫ້ອງຮຽນຖືກຈັດວາງຢ່າງເປັນລະບຽບ. ພາບ: ທົງຫາຍ


ຫ້ອງຮຽນແຕ່ລະຫ້ອງລ້ວນແຕ່ໄດ້ຮັບການຕົບແຕ່ງທີ່ບໍ່ຊ້ຳແບບໃຜ. ພາບ: ທົງຫາຍ


ໃນຊົ່ວໂມງລະຫຼິ້ນຢູ່ກາງແຈ້ງ. ພາບ: ທົງຫາຍ


ມູມໜຶ່ງໃນໂຮງລ້ຽງເດັກ Farming Kindergarten. ພາບ: ທົງຫາຍ
 
ດ້ວຍການອອກແບບທີ່ແສນໂດດເດັ່ນ, ມີຄຸນລັກສະນະ ການນຳໃຊ້ສູງ, ໝັ້ນຄົງຖາວອນບວກກັບສະພາບແວດລ້ອມແບບທໍາມະຊາດ, ບັນດານັກສະຖາປານິກລະດັບແຖວໜ້າ ຂອງໂລກທີ່ RIBA ໄດ້ຕີລາຄາສູງກິດຈະການໂຮງລ້ຽງເດັກ Farming Kindergarten ແລະ ສະເໜີຄັດເລືອກເອົາເຂົ້າ ໃນບັນຊີລາຍຊື່ເປັນໜຶ່ງໃນຈໍານວນ30 ກິດຈະການ ທີ່ພົ້ນເດັ່ນປະຈໍາປີຂອງໂລກ. ສິ່ງດັ່ງກ່າວນີ້ຖືເປັນກຽດຢ່າງຍິ່ງໃນເມື່ອຜົນການອອກແບບດັ່ງກ່າວມັນໄດ້ລໍ້າໜ້າຜົນການອອກແບບອື່ນໆຂອງນັບຫຼາຍຮ້ອຍບໍລິສັດຢູ່ 50 ປະເທດໃນທົ່ວໂລກ. ກ່ອນນີ້, ກິດຈະການໂຮງລ້ຽງເດັກ Farming Kindergartenສາມາດຍາດໄດ້ໄຊຊະນະໃນງານແຂ່ງຂັນ “ການອອກແບບຂອງປີ 2015” ໂດຍ ArchDaily, ວາລະສານແຖວໜ້າໂລກກ່ຽວກັບການອອກແບບໃນໂລກເປັນຜູ້ເລືອກເຟັ້ນ. ນີ້ແມ່ນການເລືອກເຟັ້ນທີ່ຮວບຮວມເອົານັກສະຖາປານິກ 31.000 ຄົນໃນທົ່ວໂລກເຂົ້າຮ່ວມພ້ອມ ກັບ 3.000 ກວ່າ ຜົນການອອກແບບສົ່ງເຂົ້າແຂ່ງຂັນ.  

 

RIBA ແມ່ນລາງວັນສະຖາປານິກທີ່ມີຄຸນຄ່າ ແລະ ຊື່ສຽງ ໂດຍແມ່ນສະຖາບັນພະລາຊະວົງອັງກິດຕັ້ງຂຶ້ນແນໃສ່ເຊີດຊູບັນດາກິດຈະການທີ່ສ້າງຄວາມປະທັບໃຈຢູ່ລາຊະອານາຈັກອັງກິດ. ປີນີ້, ສະຖາບັນສະຖາປານິກລາຊະວັງອັງກິດຕົກລົງຈັດຕັ້ງງານແຂ່ງຂັນຊິງລາງວັນສາກົນຄັ້ງທຳອິດເພື່ອຈຸດປະສົງເຊີດຊູບັນດາຜົນການປະດິດຄິດແຕ່ງ ຫລື ກິດຈະການຕ່າງໆໃນທົ່ວໂລກ. ລາງວັນການສະຖາປັດຕະຍະກຳ RIBA ຈະໄດ້ປະກາດຜົນໃນເດືອນທັນວາປີ 2016 ນີ້. 

 
ບົດ: ຫງວຽນແອວງ - ພາບ: ທົງຫາຍ ແລະ ເອກະສານ
 
 
 
 
 
 
 

top