ຂ່າວສານ

ໂລກ​ລະ​ບາ​ດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 6 ລ້ານ​ຄົນ​ໃນ​ທົ່ວ​ໂລກ

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ມາຮອດປັດຈຸບັນ ມີຜູ້ຕິດເຊື້ອ 80.087.617 ຄົນ ແລະ ຜູ້ເສຍຊີວິດ 959.412 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ມາຮອດປັດຈຸບັນ ມີຜູ້ຕິດເຊື້ອ 80.087.617 ຄົນ ແລະ ຜູ້ເສຍຊີວິດ 959.412 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 21 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 424.793.352 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.905.835 ຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 1.220.966 ຄົນ, ກວມເອົາຫຼາຍທີ່ສຸດແມ່ນປະເທດ ລັດເຊຍ ດ້ວຍຜູ້ຕິດເຊື້ອ 170.699 ຄົນ, ຖັດຈາກນັ້ນແມ່ນເຢຍລະມັນ ດ້ວຍ 104.131 ຄົນ.

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ມາຮອດປັດຈຸບັນ ມີຜູ້ຕິດເຊື້ອ 80.087.617 ຄົນ ແລະ ຜູ້ເສຍຊີວິດ 959.412 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 20 ກຸມພາ ຫາເວລາ 16 ໂມງຂອງວັນທີ 21 ກຸມພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ 46.880 ຄົນ. ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 2.834.373 ຄົນ, ໃນນັ້ນມີ 39.605 ຄົນເສຍຊີວິດ ແລະ 2.294.669 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)


top