ຂ່າວສານ

ໂລກ​ລະ​ບາ​ດ Covid – 19: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ ຄວນ​ປະ​ໝາດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ຕອນຄ່ຳວັນທີ 21 ຕຸລາ, ໃນແຈ້ງການສະຫຼຸບຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢູ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ພາບປະກອບ: TTXVN

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງ, ປະຊາຊົນທຸກຄົນຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຢ່າງສູງ, ເດັດດ່ຽວບໍ່ປະໃຫ້ໂລກລະບາດແຜ່ລາມ ແລະ ລະບາດຄືນໃໝ່, ສືບຕໍ່ຄວບຄຸມບັນດາກໍລະນີເຂົ້າເມືອງ ຫວຽດນາມຢ່າງເຄັ່ງຄັດ, ປະຕິບັດເປົ້າໝາຍຄວບຄູ່ຢ່າງມີປະສິດທິຜົນ.

ບັນດາກະຊວງ, ຂະແໜງການສືບຕໍ່ຊີ້ນຳການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໃຫ້ຄົບຖ້ວນໃນສະພາບການໃໝ່, ປະຕິບັດການໃສ່ຜ້າອັດປາກ - ດັງ, ລ້າງມືຂ້າເຊື້ອໃຫ້ເປັນຢ່າງດີ, ແກ້ໄຂບັນດາກໍລະນີລະເມີດຂໍ້ກຳນົດວ່າດ້ວຍການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງເຄັ່ງຄັດ.

(ແຫຼ່ງຄັດຈາກ VOV)


top