ຂ່າວສານ

ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ

ມາຮອດປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 30.000 ຄົນ, ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ກ່ວາ 4 ລ້ານໂດສ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.275 ຄົນ, ມີຜູ້ເສຍຊີວິດ 116 ຄົນ.
ຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ອິນໂດເນເຊຍ (ພາບ: REUTERS)

ຕອນເຊົ້າວັນທີ 12 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 11 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 12 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 662 ຄົນ ຢູ່ 11 ແຂວງ,ນະຄອນໃນທົ່ວປະເທດ. ດັ່ງນັ້ນ, ມາຮອດປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 30.000 ຄົນ, ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ກ່ວາ 4 ລ້ານໂດສ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.275 ຄົນ, ມີຜູ້ເສຍຊີວິດ 116 ຄົນ.

ສ່ວນຢູ່ໃນໂລກ ຕາມເວັບໄຊ ສະຖິຕິ ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 12 ກໍລະກົດ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 187.616.806 ຄົນ, ໃນນັ້ນມີຜູ້ເສຍຊີວິດ4.048.914 ຄົນ. ບັນດາປະເທດຄື: ອາເມລິກາ, ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ, ຝລັ່ງ… ແມ່ນບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)


top