ຂ່າວສານ

ໂລກ​ລະ​ບາດ Ebola ຢູ່ ​ກົງ​ໂກ ​ມີ​ຜູ້​ຕິດ​ເຊື້ອກວ່າ 5.000 ຄົນ, WHO ກ່າວ​ເຕືອນ​ສະ​ພາ​ວະ​ສຸກ​ເສີນ​ທົ່ວ​ໂລກ

ພາຍຫຼັງ​ກອງ​ປະ​ຊຸມສຸກເສີນ​ໃນ​ວັນ​ທີ 18 ສິງ​ຫາ, ທ່ານ Tedros Adhanom Ghebreyesus ​ຜູ້​ອຳ​ນວຍ​ການ​ໃຫຍ່ WHO ໄດ້ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ໜູນ​ຊ່ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ.
  ພະ​ນັກ​ງານ​ການ​ແພດ​ປະ​ຕິ​ບັດ​ກາ​ນ​ຂ້າ​ເຊື້ອ​ຢູ່ ສ.ໂກງ​ໂກ (ພາບ: ຊິນຮົວ/VNA)  
ຕາມ​ສື່ມວນ​ຊົນ​ສາ​ກົນ​ແລ້ວ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ກ່າວ​ເຕືອນ​ສະ​ພາບ​ການເກີດມີໂລກ​ລະ​ບາດ Ebola ຢູ່​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ ແມ່ນ​ສະ​ພາບ​ການ​ສຸກ​ເສີນ​ທາງ​ການ​ແພດ​ທົ່ວ​ໂລກ, ໂດຍມີ​ຜູ້​ຕິດ​ເຊື້ອກວ່າ 5.000 ຄົນ ແລະ ຜູ້​ເສຍ​ຊີ​ວິດກວ່າ 2.320 ຄົນ. ພາຍຫຼັງ​ກອງ​ປະ​ຊຸມສຸກເສີນ​ໃນ​ວັນ​ທີ 18 ສິງ​ຫາ, ທ່ານ Tedros Adhanom Ghebreyesus ​ຜູ້​ອຳ​ນວຍ​ການ​ໃຫຍ່ WHO ໄດ້ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ໜູນ​ຊ່ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ. ທ່ານຍອມ​ຮັບ​ວ່າ ​ສະ​ພາບ​ການ​ແມ່ນຍາກ​ທີ່​ຈະ​ຄວບ​ຄຸມ​ໄດ້, ໃນ​ຂະ​ນະ​ທີ່​ບັນ​ດາ​ກຳ​ລັງ​ຮັບ​ມື​ຍັງ​ແຂ່ງ​ກັບ​ເວ​ລາ​ເພື່ອ​ຮັບ​ມື​ກັບ​ສະພາບ​ລະ​ບາດ​ຢ່າງ​ທັນ​ການ. ນີ້​ແມ່ນ​ຄັ້ງ​ທີ 17 ທີ່ໂລກ​ລະ​ບາດ Ebola ລະ​ບາດ​ຢູ່​ ສ​ປ.ກົງ​ໂກ ແລະ ກໍ່​ແມ່ນ​ຄັ້ງ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

top