ຂ່າວສານ

ໂລກ​ຢັ້ງ​ຢືນ​​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ກ່​ວາ 3,5 ລ້ານ​ຄົນ

ຕາມຕົວເລກຫຼ້າສຸດ, ໄລ່ຮອດຕອນເຊົ້າວັນທີ 4 ພຶດສະພາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 3,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 248.000  ຄົນ.

ປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 1,1 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ 68.500 ຄົນ.

ຖັດຈາກອາເມລິກາແມ່ນ ແອັດສະປາຍ, ອີຕາລີ, ອັງກິດ, ຝລັ່ງ, ເຢຍລະມັນ. ໃນນັ້ນ, ຝລັ່ງຢັ້ງຢືນວ່າ ມີຜູ້ເສຍຊີວິດຄົນໃໝ່ຕື່ມອີກ 166 ຄົນໃນວັນທີ 3 ພຶດສະພາ, ໂດຍເປັນລະດັບຕ່ຳສຸດໃນຮອບເວລາ 5 ອາທິດທີ່ຜ່ານມາ. ຢູ່ ເອີຣົບ, ວັນທີ 3 ພຶດສະພາ, ລັດເຊຍແມ່ນປະເທດໄດ້ຢັ້ງຢືນວ່າມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19ຄົນໃໝ່ຕື່ມອີກເປັນຈຳນວນ ຫຼາຍທີ່ສຸດຄື: 10.600ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຂຶ້ນເປັນເກືອບ 134.700 ຄົນ.

ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ກະຊວງສາທາລະນະສຸກສິງກະໂປ ໄດ້ຢັ້ງຢືນໃນວັນທີ 03 ພຶດສະພາ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 657ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ ຂຶ້ນເຖິງກ່ວາ 18.200 ຄົນ, ປະຈຸບັນສິງກະໂປເປັນປະເທດມີຜູ້ຕິດເຊື້ອພະຍາດຫຼາຍທີ່ສຸດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)


top