ຂ່າວສານ

ໂລກສະເຫຼີມສະຫຼອງ 137 ປີແຫ່ງວັນກຳມະກອນສາກົນ

ກຳມະກອນ ຜູ້ອອກແຮງງານນັບຮ້ອຍຄົນໃນທົ່ວປະເທດ ກຳປູເຈຍ ໄດ້ເດີນຂະບວນໃນຖະໜົນຫຼາຍສາຍຂອງປະເທດນີ້ເພື່ອຍົກສູງເງືື່ອນໄຂເຮັດວຽກ ...
ພາບປະກອບ

ເງື່ອນໄຂເຮັດວຽກທີ່ດີ ແລະ ລາຍຮັບສູງຍາມໃດກໍ່ແມ່ນຄວາມຫວັງຂອງຜູ້ອອກແຮງງານໃນທົ່ວໂລກ. ປີນີ້, ໂລກໄດ້ສະເຫຼີມສະຫຼອງ 137 ປີແຫ່ງວັນກຳມະກອນສາກົນ, ດ້ວຍຫຼາຍການເຄື່ອນໄຫວ ແລະ ລາຍການທີ່ມີຄວາມໝາຍເພື່ອເຊີດຊູວັນບຸນສຳຄັນພິເສດນີ້.

        ໃນວັນ ກຳມະກອນສາກົນ (ວັນທີ 1 ພຶດສະພາ), ກຳມະກອນ ຜູ້ອອກແຮງງານນັບຮ້ອຍຄົນໃນທົ່ວປະເທດ ກຳປູເຈຍ ໄດ້ເດີນຂະບວນໃນຖະໜົນຫຼາຍສາຍຂອງປະເທດນີ້ເພື່ອຍົກສູງເງືື່ອນໄຂເຮັດວຽກ ແລະ ລະດັບເງິນເດືອນສູງໃຫ້ແກ່ຜູ້ອອກແຮງງານ. ຢູ່ ສ ເກົາຫຼີ, ກຳມະກອນ, ຜູ້ອອກແຮງງານນັບພັນຄົນໄດ້ເດີນຂະບວນໃນຖະໜົນສາຍຕ່າງໆຢູ່ໃຈກາງນະຄອນຫຼວງ ເຊີອຸນ ເພື່ອຮຽກຮ້ອງປັບປຸງສິດຂອງຜູ້ອອກແຮງງານ ແລະ ເງື່ອນໄຂເຮັດວຽກທີ່ດີກ່ວາ.

        ວັນ ກຳມະກອນສາກົນ (ວັນທີ 1 ພຶດສະພາ) ກໍ່ແມ່ນວັນ ກຳມະກອນແຫ່ງຊາດ ບຣາຊິນ, ທ່ານປະທານາທິບໍດີ Lula da Silva ໄດ້ໃຫ້ຄຳໝັ້ນສັນຍານຳໃຊ້ນະໂຍບາຍໃໝ່ກ່ຽວກັບການເພີ່ມເງິນເດືອນພື້ນຖານ, ພ້ອມທັງປະກາດແຜນການຍົກລະດັບການຍົກເວັ້ນອາກອນລາຍຮັບໃຫ້ແກ່ຜູ້ມີລາຍຮັບຕ່ຳ. ໃນວັນດຽວກັນ, ຢູ່ອີຕາລີ, ລັດຖະບານປະເທດນີ້ ໄດ້ປະກາດບັນດາມາດຕະການເພື່ອແນໃສ່ຊຸກຍູ້ເງືື່ອນໄຂເຮັດວຽກ ແລະ ເພີ່ມເງິນເດືອນໃຫ້ຜູ້ອອກແຮງງານ. ສ່ວນຢູ່ ການາດາ, ລັດຖະບານ ແລະ ກຳມະພັນສະຫະພັນບໍລິການສາທາລະນະຂອງ ການາດາ, ໂດຍຕາງໜ້າໃຫ້ຜູ້ອອກແຮງງານນັບຫຼາຍກ່ວາ 155.000 ຄົນໃນທົ່ວປະເທດບັນລຸໄດ້ຂໍ້ຕົກລົງກ່ຽວກັບລະດັບເງິນເດືອນ, ຢຸດຕິການນັດຢຸດງານໃຫຍ່ທີ່ສຸດໃນຂົງເຂດສາທາລະນະຢູ່ປະເທດນີ້.

top