ຂ່າວສານ

ໂລກລະບາດໂຄວິດ-19 ໃໝ່ປະກົດຢູ່ຫຼາຍປະເທດຢູ່ ອາຊີ

ໃນ 28 ວັນມໍ່ໆມານີ້, ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ -19 ລາຍໃໝ່ກວ່າ 3,57 ລ້ານຄົນ ແລະ ມີຜູ້ເສຍຊີວິດໃໝ່ກວ່າ 25.000 ຄົນ.

ໃນບົດລາຍງານອະນາໄມໂຄວິດ- 19 ທົ່ວໂລກ, ໂດຍອົງການອະນາໄມໂລກ (WHO) ປະກາດໃນຕອນເຊົ້າວັນທີ 31 ມີນາ, ໃນ 28 ວັນມໍ່ໆມານີ້, ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ -19 ລາຍໃໝ່ກວ່າ 3,57 ລ້ານຄົນ ແລະ ມີຜູ້ເສຍຊີວິດໃໝ່ກວ່າ 25.000 ຄົນ. ເຖິງຢ່າງໃດກໍ່ຕາມ, ຈຳນວນຜູ້ຕິດໂລກລະບາດໃໝ່ເພີ່ມຂຶ້ນສູງຢູ່ຫຼາຍປະເທດອາຊີ, ຄື: ອິນເດຍ, ມຽນມາ, ອິນໂດເນເຊຍ, ຟີລິບປິນ…, ທາງທິດໃຕ້ ເອີລົບ ແລະ ອາຟະລິກາເໜືອ. ສາຍພັນ XBB.1.5 ຍັງແມ່ນສາຍພັນທີ່ຕິດແປດໄວທີ່ສຸດໃນປະຈຸບັນ.

ໃນການຖະແຫຼງຂ່າວວັນທີ 29 ກັນຍາ, ທ່ານປ.ອ Maria Van Kerkhove, ຫົວໜ້າກຸ່ມເຕັກນິກກ່ຽວກັບໂຄວິດ-19 ຂອງອົງການ WHO ໃຫ້ຂໍ້ສັງເກດວ່າ, ຄວາມສ່ຽງນາບຂູ່ເຖິງທົ່ວໂລກຈາກໂລກລະບາດໂຄວິດ-19 ຍັງຄົງຕົວຢູ່.


top