ຂ່າວສານ

ໂລກລະບາດໂຄວິດ-19 ເຮັດໃຫ້ກ່ວາ 108.000 ຄົນໃນທົ່ວໂລກເສຍຊີວິດ

      ຕາມການສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດ 8 ໂມງ 00 ນາທີ ວັນທີ 12 ເມສາ (ຕາມເວລາ ຫວຽດນາມ), ໂລກລະບາດ ໂຄວິດ-19 ໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 1,8 ລ້ານຄົນ, ມີຜູ້ເສຍຊີວິດກ່ວາ 108.000 ຄົນ ແລະ ກ່ວາ 400.000 ຄົນໄດ້ຮັບການປິ່ນປົວຫາຍດີ.

ໂຄວິດ-19 ເຮັດໃຫ້ກ່ວາ 108.000 ຄົນໃນທົ່ວໂລກເສຍຊີວິດ (ພາບ:AFP/Getty Images)
      ອາເມລິກາ ຍັງສືບຕໍ່ແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 532.000 ຄົນ ແລະ ຈຳນວນຜູ້ເສຍຊີວິດສູງສູດໂລກແມ່ນ 20.577 ຄົນ. ໄລ່ຮອດວັນທີ 11 ເມສາ, ປະເທດ ອີຕາລີ ໄດ້ກວດພົບມີຜູ້ຕິດເຊື້ອໄວຣັດ SARS-CoV-2 ໃໝ່ຕື່ມອີກ 4.694 ຄົນ, ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ປະເທດນີ້ ຂຶ້ນເປັນ 152.271 ຄົນ.
 (ແຫຼ່ງຄັດຈາກ VOV)


top