ຂ່າວສານ

ໂລກລະບາດໂຄວິດ-19: ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນເປັນມື້ທີ 25 ແລ້ວ

      ອາເມລິກາ ຍັງສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 7.287.561 ຄົນ, ໃນນັ້ນ ມີ 209.177 ຄົນເສຍຊີວິດ. ຖັດມາແມ່ນປະເທດ ອິນເດຍ, ບຣາຊິນ.

ພາບປະກອບ
      ຕາມການປະກາດຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ ໄລ່ຮອດເວລາ 18 ໂມງຂອງວັນທີ 26 ກັນຍາ ຫາເວລາ 6 ໂມງຂອງວັນທີ 27 ກັນຍາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່. ສະນັ້ນ, ມາຮອດປະຈຸບັນ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນເປັນມື້ທີ 25 ແລ້ວ.
ປະຈຸບັນ, ຫວຽດນາມ ມີ 1069 ຄົນຕິດເຊື້ອໂຄວິດ-19, ໃນນັ້ນ ມີ 691 ຄົນຕິດເຊື້ອໃນຊຸມຊົນ ແລະ ມີ 999 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.
            ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງ 30 ນາທີຊອງວັນທີ 27 ກັນຍາ (ຕາມເວລາ ຫວຽດນາມ) ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 33.052.751 ຄົນ, ໃນນັ້ນ ມີ 998.686 ຄົນເສຍຊີວິດ ແລະ 24.405.383 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
              ອາເມລິກາ ຍັງສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 7.287.561 ຄົນ, ໃນນັ້ນ ມີ 209.177 ຄົນເສຍຊີວິດ. ຖັດມາແມ່ນປະເທດ ອິນເດຍ, ບຣາຊິນ.
(ແຫຼ່ງຄັດຈາກ VOV)


top