ຂ່າວສານ

ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນໃນທົ່ວໂລກ

      ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດຫຼາຍກວ່າ 207,9 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,37 ລ້ານຄົນເສຍຊີວິດ.
ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ອິດສະຣາແອັນ (ພາບ: AFP/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 16 ສິງຫາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດຫຼາຍກວ່າ 207,9 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,37 ລ້ານຄົນເສຍຊີວິດ.
        ປະເທດທີ່ຖືກຜົນສະທ້ອນຫຼາຍທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 637.561 ໃນຈຳນວນຜູ້ຕິດເຊື້ອທັງໝົດ 37.466.718 ຄົນ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.
(ແຫຼ່ງຄັດຈາກ VOV)


top