ຂ່າວສານ

ໂລກລະບາດໂຄວິດ-19 ຢູ່ ດ່າໜັງ ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ

ວັນທີ 06 ກັນຍາ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດຕັ້ງພິທີສົ່ງຄະນະແພດໝໍນະຄອນໂຮ່ຈີມິນ 8 ຄົນ ກັບບ້ານ  ພາຍຫລັງໜູນຊ່ວຍນະຄອນ ດ່າໜັງ ເປັນໄລຍະໜຶ່ງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

 ໂລກລະບາດໂຄວິດ-19 ຢູ່ ດ່າໜັງ ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ (ພາບ: TTXVN)

ທ່ານ ເລຈູງຈີ໊ງ , ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຂອບໃຈການຊ່ວຍເຫຼືອຢ່າງທັນການຂອງຂະແໜງສາທາລະນະສຸກບັນດາແຂວງ, ໃນນັ້ນ ມີຄະນະແພດໝໍນະຄອນ ໂຮ່ຈີມິນ ໄດ້ໜູນຊ່ວຍນະຄອນ ດ່າໜັງ ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດຂອງໂລກລະບາດໂຄວິດ-19.

ໄລ່ຮອດເວລາ 10 ໂມງວັນທີ 06 ກັນຍາ, ນະຄອນ ດ່າໜັງ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່. ປະຈຸບັນ, ນະຄອນດ່າໜັງ ມີ 70 ຄົນ ຕິດເຊື້ອໂຄວິດ-19 ພວມໄດ້ຮັບການປິ່ນປົວຢູ່ບັນດາຮຽກຖານສາທາລະນະສຸກໃນບໍລິເວນແຂວງ ແລະ ມີຜູ້ເສຍຊີວິດ 31 ຄົນຢູ່ ດ່າໜັງ.

          ໄລ່ລວມທົ່ວປະເທດ, ມາຮອດປະຈຸບັນ (ວັນທີ 06/09), ຫວຽດນາມ ມີຜູ້ຕິດເຊື້ອ 691 ຄົນຍ້ອນຕິດເຊື້ອພາຍໃນປະເທດ, ໃນນັ້ນ ຈຳນວນຜູ້ຕິດເຊື້ອໃໝ່ໄລ່ແຕ່ວັນທີ 25 ກໍລະກົດ ຮອດປະຈຸບັນແມ່ນ 551 ຄົນ.

(ແຫຼ່ງຄັດຈາກ VOV)
 

top