ຂ່າວສານ

ໂລກລະບາດໂຄວິດ-19: ມື້ທີ 37 ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໃນວົງຄະນະຍາດ

ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ໄລ່ແຕ່ 6 ໂມງ ວັນທີ 16 ເມສາ ຫາ 6 ໂມງ ວັນທີ 23 ພຶດສະພາ, ແມ່ນ 37 ມືືີ້ທີ່ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ. ມີທັງໝົດ 184 ກໍລະນີຕິດເຊື້ອກັບມາຈາກຕ່າງປະເທດໄດ້ຮັບການແຍກຕົວໃນທັນທີ.

(ພາບປະກອບ / TTXVN)

ປັດຈຸບັນ, ມີ 267/324 ກໍລະນີຕິດໄວຣັດ SARS-CoV-2 ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ, ກວມເອົາ 82% ໃນຍອດຈຳນວນກໍລະນີຕິດເຊື້ອໂຄວິດ-19. ປັດຈຸບັນ ຍັງເຫຼືອ 57 ກໍລະນີພວມໄດ້ຮັບການປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກຂັ້ນສູນກາງ ແລະ ຂັ້ນແຂວງ.
(ແຫຼ່ງຄັດຈາກ VOV)

top