ຂ່າວສານ

ໂລກລະບາດໂຄວິດ-19 ມີທ່າອ່ຽງຫຼຸດລົງ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 508,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ. ຈຳນວນຜູ້ປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 460,8 ລ້ານຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 508,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ. ຈຳນວນຜູ້ປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 460,8 ລ້ານຄົນ.

    

ໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ມີທ່າອ່ຽງຫຼຸດລົງຢ່າງແຮງໃນ 30 ວັນຜ່ານມາ. ພາບປະກອບ: TTXVN)

ຕາມການສະຖິຕິຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ມີທ່າອ່ຽງຫຼຸດລົງຢ່າງແຮງໃນ 30 ວັນຜ່ານມາ: ຈຳນວນຜູ້ຕິດເຊື້ອພະຍາດໃນຊຸມຊົນຫຼຸດລົງ 56,5%; ຜູ້ເສຍຊີວິດຫຼຸດລົງ 60,5%; ຜູ້ພວມປິ່ນປົວຢູ່ໂຮງໝໍຫຼຸດລົງ 44,9%; ຜູ້ມີອາການເຈັບໜັກ, ອັນຕະລາຍຫຼຸດລົງ 38,6%.

     ນັບແຕ່ເວລາ 16 ໂມງຂອງວັນທີ 22 ເມສາ ຫາເວລາ 16 ໂມງຂອງວັນທີ 23 ເມສາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 10.365 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.229 ຄົນ, ມີຜູ້ເສຍຊີວິດ 6 ຄົນ ເຊິ່ງແມ່ນຈຳນວນຜູ້ເສຍຊີວິດຕ່ຳສຸດນັບແຕ່ເດືອນ ກໍລະກົດ ມາຮອດປະຈຸບັນ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 23 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 508,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,2 ລ້ານຄົນ. ຈຳນວນຜູ້ປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 460,8 ລ້ານຄົນ.

(ແຫຼ່ງຄັດຈາກ VOV)


top