ຂ່າວສານ

ໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນຢູ່ ເຢຍລະມັນ ແລະ ຝຣັ່ງ

      ວັນທີ 26 ຕຸລາ, ບັນດາແຫຼ່ງຂ່າວຈາກ ເຢຍລະມັນ ໄດ້ຢັ້ງຢືນວ່າ ລັດຖະບານ ເຢຍລະມັນ ພວມສ້າງແຜນການປິດເມືອງຄືນໃໝ່ ດ້ວຍບັນດາມາດຕະການໂດຍບໍ່ເຄັ່ງຄັດຄືກ່ອນນີ້ ແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19. 

ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຝຣັ່ງ ນັບມື້ນັບເພີ່ມຂຶ້ນສູງ  (ພາບ: Le Monde)
      ໜັງສືພິມລາຍວັນ Bild ແມ່ນໜັງສືພິມທີ່ມີປະລິມານການຈຳໜ່າຍຫລາຍທີ່ສຸດຂອງປະເທດ ເຢຍລະມັນ ໄດ້ຄັດສະເໜີຂ່າວ, ບົດໃນຕອນບ່າຍວັນທີ 26 ຕຸລາ ໃຫ້ຮູ້ວ່າ: ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ສ້າງແຜນການປິດເມືອງຄືນໃໝ່, ແຕ່ບັນດາມາດຕະການຈະບໍ່ເຄັ່ງຄັດເທົ່າກັບເດືອນ ມີນາ ປີ 2020. ຕາມແຜນການດັ່ງກ່າວແລ້ວ, ບັນດາຮ້ານອາຫານ, ຮ້ານ bar ຈະປິດບໍລິການ, ບັນດາເຫດການສາທາລະນະຈະໂຈະໄວ້.
        ແລະໃນຊຸມວັນມໍ່ໆມານີ້, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຝຣັ່ງ ນັບມື້ນັບເພີ່ມຂຶ້ນສູງ ດ້ວຍຈຳນວນຜູ້ຕິດເຊື້ອໃນແຕ່ລະວັນເພີ່ມຂຶ້ນເຖິງຫລາຍພັນຄົນ. ໄປຄຽງຄູ່ກັບບັນດາມາດຕະການຈຳກັດ ເຊິ່ງໄດ້ຮັບການຜັນຂະຫຍາຍໃນຫລາຍເດືອນຜ່ານມານັ້ນ, ປະເທດ ຝຣັ່ງ ກໍ່ຍັງໄດ້ຈັດວາງກົດໄອຍະການເສິກຢູ່ 54 ແຂວງໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການທັງໝົດນັ້ນ ຍັງບໍ່ທັນມີໝາກຜົນຢ່າງຕັ້ງໜ້າ. ນອກຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ໃໝ່ແລ້ວ, ຝຣັ່ງ ກໍ່ຢັ້ງຢືນມີຜູ້ເສຍຊີວິດ 257 ຄົນໃນວັນທີ 26 ຕຸລາ, ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຍ້ອນໂຄວິດ-19 ຂຶ້ນເປັນ 35.000 ຄົນ.  
(ແຫຼ່ງຄັດຈາກ VOV)


top