ຂ່າວສານ

ໂລກລະບາດໂຄວິດ-19 ຜັນແປຢ່າງສັບສົນ ແຕ່ຍັງຄວບຄຸມໄດ້ຢູ່

      ຕອນບ່າຍວັນທີ 21 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານ ເພື່ອປຶກສາຫາລືກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ
      ໃຫ້ຂໍ້ສັງເກດກ່ຽວກັບໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັນສົນນັ້ນ, ທ່ານນາຍົກລັດຖະມົນຕີຖືວ່າ: ສະພາບການພວມຢູ່ໃນການຄວບຄຸມ, ຊ້ຳບໍ່ໜຳຍັງໄດ້ຄວບຄຸມຢ່າງເປັນເຈົ້າການ ນັບທັງເຂດແຜ່ລະບາດຄື: ກ໋ວາງນາມ, ດ່າໜັງ, ຫາຍເຢືອງ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າສະພາບການໂລກລະບາດຍັງມີການຜັນແປຢ່າງສັບສົນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວເຕືອນວ່າ:
        “ທຸກຂັ້ນ, ທຸກຂະແໜງການ ໂດຍສະເພາະແມ່ນຂະແໜງສາທາລະນະສຸກ ບໍ່ຄວນປະໝາດ, ບໍ່ຄວນຖືເບົາຕໍ່ວຽກງານຊີ້ນຳ. ສຸມໃສ່ຈົນສຸດຄວາມສາມາດຂອງຕົນ ເພື່ອບໍ່ໃຫ້ມີການຕິດແປດໃນຊຸມຊົນຕື່ມອີກ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເຖິງວ່າຕ້ານໂລກລະບາດ ແຕ່ກໍ່ຕ້ອງຮັກສາການປະຕິບັດເປົ້າໝາຍຄວບຄູ່, ນຳພາບັນດາທ້ອງຖິ່ນ ຊີ້ນຳ 2 ໜ້າທີ່ນີ້ ໄປພ້ອມໆກັນ ເພື່ອບັນລຸໄດ້ໝາກຜົນດີທີ່ສຸດ, ທັງບໍ່ປະໃຫ້ໂລກລະບາດແຜ່ລາມ, ທັງບໍ່ກໍ່ຄວາມກັງວົນ, ບໍ່ອຸ່ນອ່ຽນໃຈໃນສັງຄົມ
(ແຫຼ່ງຄັດຈາກ VOV)


top