ຂ່າວສານ

ໂລກລະບາດໂຄວິດ-19: ດ່າໜັງ ສ້າງທິມປະຕິບັດງານພິເສດ 3 ທິມ

ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ:

 (ພາບປະກອບ/TTXVN)

 ໄລ່ຮອດເວລາ 6 ໂມງຂອງວັນທີ 26 ກໍລະກົດ, ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນຢູ່ ດ່າໜັງ, ຍົກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ເປັນ 418 ຄົນ, ໃນນັ້ນ ມີ 365 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ຜູ້ຕິດເຊື້ອສະສົມຄົນທີ 418 ແມ່ນເພດຊາຍ, ອາຍຸ 61 ປີ, ພວມໄດ້ຮັບການປິ່ນປົວຢູ່ ໂຮງໝໍ ດ່າໜັງ.

ຕໍ່ໜ້າສະພາບການກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນນັ້ນ, ຕອນຄ່ຳວັນທີ 25 ກໍລະກົດ, ທ່ານ ຫງວຽນແທງລອງ, ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ສ້າງຕັ້ງທິມປະຕິບັດງານພິເສດ 3 ທິມ ເພື່ອໜູນຊ່ວຍໃຫ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ນະຄອນ ດ່າໜັງ.
 (ແຫຼ່ງຄັດຈາກ VOV)

top