ຂ່າວສານ

ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສົບສົນໃນທົ່ວໂລກ

      ໄລ່ຮອດເວລາ 1 ໂມງຂອງວັນທີ 30 ສິງຫາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 217,2 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,514 ລ້ານຄົນເສຍຊີວິດ.
ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ  (ພາບ: AFP/ TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 30 ສິງຫາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 217,2 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,514 ລ້ານຄົນເສຍຊີວິດ.
        ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 654.689 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 39.665.515 ຄົນ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ. ຖ້າໄລ່ຕາມພາກພື້ນແລ້ວ, ອາຊີ ແມ່ນທະວີບຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຢືນອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ. ເອີຣົບ ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຢືນອັນດັບທີ 2 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ.
(ແຫຼ່ງຄັດຈາກ VOV)

top