ຂ່າວສານ

ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ

      ເພື່ອແນໃສ່ຮັບມືກັບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາປະເທດໃນທົ່ວໂລກ ສືບຕໍ່ເພີ່ມທະວີການສັກວັກຊິນກັນໂຄວິດ - 19.
ປະຊາຊົນໃສ່ຜ້າອັດປາກ - ອັດດັງ ຢູ່ ປາຣີ, ຝລັ່ງ (ພາບ: THX/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 21 ມັງກອນ (ຕາມເວລາ ຫວຽດນາມ), ໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 342 ລ້ານຄົນ ແລະ ມີຜູ້ເສຍຊີວິດ ເກືອບ 5,6 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ບັນດາປະເທດຄື: ຝລັ່ງ, ອິນເດຍ, ອີຕາລີ ແລະ ບຣາຊິນ.
      ເພື່ອແນໃສ່ຮັບມືກັບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ບັນດາປະເທດໃນທົ່ວໂລກ ສືບຕໍ່ເພີ່ມທະວີການສັກວັກຊິນກັນໂຄວິດ - 19. ໂອຕາລິດກາຍເປັນປະເທດທຳອິດ ຢູ່ເອີລົບ ທີ່ຮັບຮອງເອົາຂໍ້ກຳນົດບັງຄັບສັກວັກຊິນໃຫ້ແກ່ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປນັບແຕ່ກາງເດືອນມີນາຈະມາເຖິງ. ຢູ່ ອີຕາລີ, ລັດຖະບານ ປະເທດນີ້ ສືບຕໍ່ຮັດແໜ້ນບັນດາຂໍ້ກຳນົດກ່ຽວກັບບັດຂຽວ, ໃບຢັ້ງຢືນການສັກວັກຊິນທັງແບບທຳມະດາ ແລະ ດີຈີຕອນ, ໃບຢັ້ງຢືນການສັກວັກຊິນໃບແຈ້ງຜົນກວດເປັນລົບ ແລະ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຈາກໂຄວິດ - 19. ອິດສະລາແອັນ ໄດ້ຕັດສິນໃຈຜັນຂະຫຍາຍການສັກວັກຊິນເຂັມທີ 3 ໃຫ້ແກ່ ເດັກນ້ອຍ ທີ່ມີອາຍຸແຕ່ 5 – 11 ປີ ເຊິ່ງຂຶ້ນກັບກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່.
(ແຫຼ່ງຄັດຈາກ VOV)


top