ຂ່າວສານ

ໂລກລະບາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້

ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 20 ຕຸລາ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ເກືອບ 40,6 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 1,12 ລ້ານຄົນ.

ໂລກລະບາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ (ພາບ:Xinuha)

 ໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຕໍ່ 213 ປະເທດ ແລະ ເຂດແຄ້ວນໃນໂລກ. 5 ປະເທດທີ່ມີຜູ້ຕິດເຊື້ອໂຄວິດ-19 ຫລາຍທີ່ສຸດຕາມການສະຖິຕິແມ່ນ ອາເມລິກາ, ອິນເດຍ, ບຮາຊິນ, ລັດເຊຍ ແລະ ແອັດສະປາຍ. ໃນນັ້ນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ອາເມລິກາເໜືອ, ກາງ ແລະ ໃຕ້ກວມເອົາ 47,3% ເທົ່າກັບເຄິ່ງໜຶ່ງຈຳນວນກໍລະນີຕິດເຊື້ອໃນໂລກ.
(ແຫຼ່ງຄັດຈາກ VOV)

top