ຂ່າວສານ

ໂລກລະບາດໂຄວິດ - 19: WHO ຮຽກຮ້ອງໃຫ້ມີສະຕິລະວັງຕົວຢ່າງສູງ

      ອົງການອະນາໄມໂລກ (WHO) ຢັ້ງຢືນວ່າ, “ການມີສະຕິລະວັງຕົວຢ່າງສູງແມ່ນສິ່ງທີ່ຈໍາເປັນ ເພາະວ່າ ຫຼາຍປະເທດ ເລີ່ມຍົກເລີກບັນດາຄໍາສັ່ງປິດເມືອງ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄວຣັດ SARS – CoV – 2. 

ປະຊາຊົນ ແອັດສະປາຍ ໄປອອກກໍາລັງກາຍ ພາຍຫຼັງຍົກເລີກຄໍາສັ່ງປິດເມືອງ ໃນວັນທີ 2 ພຶດສະພາ ຜ່ານມາ (ພາບ: TXVN)
      ວັນທີ 11 ພຶດສະພາ, ອົງການອະນາໄມໂລກ (WHO) ຢັ້ງຢືນວ່າ, “ການມີສະຕິລະວັງຕົວຢ່າງສູງ” ແມ່ນສິ່ງທີ່ຈໍາເປັນ ເພາະວ່າ ຫຼາຍປະເທດ ເລີ່ມຍົກເລີກບັນດາຄໍາສັ່ງປິດເມືອງ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄວຣັດ SARS – CoV – 2. ຄໍາກ່າວເຕືອນດັ່ງກ່າວຂອງ WHO ໄດ້ຍົກອອກມາໃນສະພາບການທີ່ເກີດມີຄວາມວິຕົກກັງວົນໃນທົ່ວໂລກກ່ຽວກັບກະແສຟອງເກີດການຕິດແປດຄັ້ງທີ 2. ກ່າວຄໍາເຫັນທີ່ກອງປະຊຸມອອນລາຍ, ທ່ານປະລິນຍາເອກ Mike Ryan, ຜູ້ຮັບຜິດຊອບໂຄງການບັນດາສະພາວະສຸກເສີນຂອງ WHO ກ່າວເຕືອນວ່າ: “ເຖິງວ່າສະພາບການຂອງໂລກລະບາດຈະສືບຕໍ່ຫລຸດໜ້ອຍລົງກວ່າກໍຕາມ ແຕ່ເມື່ອບໍ່ສາມາດສືບຫາບັນດາກຸ່ມຄົນເຈັບໄດ້ນັ້ນ ເຊື້ອໄວຣັດດັ່ງກ່າວ ກໍ່ອາດຈະລະເບີດຂຶ້ນຄືນໃໝ່ໄດ້ບໍ່ວ່າໃນຈຸດເວລາໃດ. ສ່ວນທ່ານ Tedros Adhanom Ghereyesus ຜູ້ອໍານວຍການໃຫຍ່ WHO ຖືວ່າ ເລື່ອງຍົກເລີກບັນດາຂໍ້ກໍານົດນັ້ນ ແມ່ນ “ສັບສົນ ແລະ ຫຍຸ້ງຍາກຫຼາຍ”.
 (ແຫຼ່ງຄັດຈາກ VOV)


top