ຂ່າວສານ

ໂລກລະບາດໂຄວິດ-19: WHO ກ່າວເຕືອນຖ້າບັນດາປະເທດເປີດປະຕູໂດຍຂາດການຄວບຄຸມຈະເຮັດໃຫ້ໄພພິບັດເກິດຂຶ້ນ

      ທ່ານ Ghebreyesus ກໍ່ຖືວ່າ ການເຄື່ອນໄຫວອອກໃບອະນຸຍາດສຸກເສີນສຳລັບບັນດາວັກຊິນປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ຕ້ອງໄດ້ຮັບຄວາມເອົາໃຈໃສ່ພິເສດ, ດ້ວຍການປະຕິບັດຢ່າງເຂັ້ມງວດ ແລະ ຕ້ອງຄິດໄລ່ຊັ່ງຊາຢ່າງຮອບຄອບ.

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO (ພາບ: TTXVN) 
      ໃນວັນທີ 31 ສິງຫາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າ ອົງການນີ້ໄດ້ຮຽກຮ້ອງໃຫ້ບັນດາປະເທດຮັກສາບັນດາມາດຕະການຈຳກັດແນໃສ່ຮັບມືກັບໂລກລະບາດໂຄວິດ-19, ພ້ອມທັງຖືວ່າ ເລື່ອງເປີດປະຕູໂດຍຂາດການຄວບຄຸມຕໍ່ໜ້າການແຜ່ລະບາດຂອງໄວຣັດ SARS-CoV-2 ຈະ“ເຮັດໃຫ້ໄພພິບັດເກີດຂຶ້ນ”. ນອກຈາກນັ້ນ, ທ່ານ Ghebreyesus ກໍ່ຖືວ່າ ການເຄື່ອນໄຫວອອກໃບອະນຸຍາດສຸກເສີນສຳລັບບັນດາວັກຊິນປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ຕ້ອງໄດ້ຮັບຄວາມເອົາໃຈໃສ່ພິເສດ, ດ້ວຍການປະຕິບັດຢ່າງເຂັ້ມງວດ ແລະ ຕ້ອງຄິດໄລ່ຊັ່ງຊາຢ່າງຮອບຄອບ.
(ແຫຼ່ງຄັດຈາກ VOV)


top