ຂ່າວສານ

ໂລກລະບາດ Covid – 19: ໂລກມີຜູ້ຕິດເຊື້ອພະຍາດ Covid – 19 ກາຍຈຳນວນ 2 ລ້ານຄົນແລ້ວ

      ຕາມຕົວເລກສະຖິຕິໃນເວັບໄຊworldometers.info, ມາຮອດເວລາ 22 ໂມງ 00 ນາທີໃນວັນທີ 15 ເມສາຕາມເວລາຫວຽດນາມ, ໂລກມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19ແມ່ນ 2.025.004 ຄົນ, ມີຜູ້ເສຍຊີວິດແມ່ນ 128.978 ຄົນໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 492.763 ຄົນ.

ພະນັກງານການແພດສົ່ງຄົນທີ່ສົ່ງໄສວ່າຕິດເຊື່ອພະຍາດ Covid - 19 ໄປຍັງໂຮງໝໍ (ພາບ: Reuters) 
      ອາເມລິກາຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສູງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 615.406 ຄົນແລະມີຜູ້ເສຍຊີວິດແມ່ນ 26.164 ຄົນ. ຢູ່ເອີລົບ, ແອັດສະປາຍ, ລັດເຊຍແລະແບນຊິກແມ່ນບັນດາປະເທດທີ່ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກສູງກ່ວາປະເທດອື່ນໆໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)


top