ຂ່າວສານ

ໂລກລະບາດ Covid – 19: ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ເພີ່ມອີກ 10 ຄົນ

      ຕອນເຊົ້າວັນທີ 4 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ເພີ່ມອີກ 10 ຄົນ. 

ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 652 ຄົນ
(ພາບ: ກະຊວງສາທາລະນະສຸກຫວຽດນາມ)
      ໃນນັ້ນມີ 7 ຄົນຢູ່ດ່ານັ້ງ, 3 ຄົນຢູ່ກ໋ວາງນາມ ທີ່ກ່ຽວຂ້ອງເຖິງໂຮງໝໍດ່ານັ້ງ. ປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 652 ຄົນ, ໃນນັ້ນມີ 374 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 8 ຄົນເສຍຊີວິດ. ສະເພາະຜູ້ຕິດເຊື້ອຊາວຕ່າງປະເທດ, ມາຮອດປັດຈຸບັນມີຜູ້ຕິດເຊື້ອຊາວຕ່າງປະເທດ 50 ຄົນໄດ້ຮັບການປົ່ນປົວຫາຍດີເປັນປົກກະຕິຈາກຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top