ຂ່າວສານ

ໂລກລະບາດ Covid – 19: ສະມັດຊາໃຫຍ່ສປຊຮັບຮອງເອົາມະຕິຮຽກຮ້ອງໃຫ້ມີການຮ່ວມມືສາກົນ

      ວັນທີ 2 ເມສາ, ສະມັດຊາໃຫຍ່ສປຊໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ມີການຮ່ວມມືສາກົນແລະລັດທິຫຼາຍຝ່າຍໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19. ນີ້ແມ່ນເອກະສານສະບັບທຳອິດຂອງອົງການສາກົນນີ້ກ່ຽວກັບໂລກລະບາດນັບແຕ່ເມື່ອເກີດໂລກລະບາດ Covid – 19ມາໃນທ້າຍປີ 2019.

ກອງປະຂຸມສະມັດຊາໃຫຍ່ ສະຫະປະຊາຊາດ (ພາບ: Reuters) 
      ຮ່າງມະຕິໂດຍປະເທດສະວິດ, ອິນໂດເນເຊຍ, ສິງກະໂປ, ນອກແວ, ເລກເຕນສເຕນແລະການາຍື່ນສະເໜີໄດ້ຮັບການໃຫ້ສັດຕະຍາບັນຂອງ 188 ປະເທດໃນຈຳນວນ 193 ປະເທດສະມາຊິກ. ມະຕິກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເຄົາລົບສິດທິມະນຸດແລະບໍ່ປະໃຫ້ເກີດບໍ່ວ່າຮູບການຈຳແນກການປະພຶດຕໍ່, ຈຳແນກເຊື້ອຊາດຜິວພັນແລະຕ້ານຕ່າງປະເທດໃນການຮັບມືກັບພະຍາດ. ມະຕິໄດ້ຍົກສູງບົດບາດໃຈກາງຂອງ ສປຊ ໃນການດູແລສຸຂະພາບແລະວິກິດການເສດຖະກິດທົ່ວໂລກ.
            ມະຕິຂອງ ສະມັດຊາໃຫຍ່ສປຊໄດ້ຮັບຮອງເອົາໂດຍປາສະຈາກລັກສະນະບັງຄັບຄືກັນກັບມະຕິສະບັບຕ່າງໆທີ່ສະພາຄວາມໝັ້ນຄົງສປຊໄດ້ຮັບຮອງເອົາ, ແຕ່ວ່າມັນມີຄຸນຄ່າດ້ານການເມືອງຢ່າງແຮງ.
 (ແຫຼ່ງຄັດຈາກ VOV)


top