ຂ່າວສານ

ໂລກລະບາດ COVID-19: ເອກອັກຄະລັດຖະທູດອັງກິດ ສົ່ງຄຳຂອບອົກຂອບໃຈມາຍັງບັນດາແພດໝໍ ແລະ ລັດຖະບານຫວຽດນາມ

      ມີແຂກທ່ອງທ່ຽວຊາວອັງກິດຫຼາຍຄົນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ກັບຫວຽດນາມ.
      
      ທ່ານເອກອັກຄະລັດຖະທູດອັງກິດ Gareth Ward . ພາບ: ສະຖານທູດ ອັງກິດ ປະຈຳ ຫວຽດນາມ 
      ສະຖານທູດອັງກິດ ປະຈຳ ຫວຽດນາມ ເຜີຍໃຫ້ຮູ້ວ່າ: ທ່ານເອກອັກຄະລັດຖະທູດອັງກິດ Gareth Ward ໄດ້ຖ່າຍທຳເທບວີດີໂອເປັນພາສາຫວຽດນາມ ເພື່ອສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອພົນລະເມືອງ ແລະ ແຂກທ່ອງທ່ຽວອັງກິດ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກວ່າ: ການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2 ແມ່ນໜ້າທີ່ສຳຄັນແຖວໜ້າຂອງຫວຽດນາມໃນຈຸດເວລານີ້. ທ່ານເອກອັກຄະລັດຖະທູດ Gareth Ward ມີຄວາມປາດຖະໜາຢາກສົ່ງຄຳຂອບອົກຂອບໃຈມາຍັງແພດໝໍ ແລະ ບັນດາອົງການຈັດຕັ້ງ, ລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອບັນດາພົນລະເມືອງອັງກິດໃນໄລຍະຜ່ານມາ. ມີແຂກທ່ອງທ່ຽວຊາວອັງກິດຫຼາຍຄົນໄດ້ສະແດງຄວາມຮູ້ບຸນຄຸນຕໍ່ກັບຫວຽດນາມ. ທ່ານຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມຢ່າງແໜ້ນແຟ້ນ ແລະ ຈະເຮັດທຸກສິ່ງທຸກຢ່າງຈົນສຸດຄວາມສາມາດຂອງຕົນເພື່ອສະກັດກັ້ນ ແລະ ຄວບຄຸມເຊື້ອໄວຣັດ SARS-CoV-2 ແລະ ໜູນຊ່ວຍບຸກຄົນທີ່ຕ້ອງການຄວາມຊ່ວຍເຫຼືອໃນຈຸດເວລາທີ່ຫຍຸ້ງຍາກນີ້.
 (ແຫຼ່ງຄັດຈາກ VOV)

top