ຂ່າວສານ

ໂລກລະບາດ Covid-19: ກະຊວງສາທາລະນະສຸກ ຫວຽດນາມ ແນະນຳການແຍກຕົວສຳລັບຜູ້ທີ່ມາຈາກ ແລະ ໄປຜ່ານ ສ.ເກົາຫຼີ

ກົມສາທາລະນະສຸກ (ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະມີປະມານ 30 ຫ້ອງວິໄຈ ສາມາດວິໄຈໄວຣັດ SARS-CoV-2 ໄດ້.

ກະຊວງສາທາລະນະສຸກ ຫວຽດນາມ ແນະນຳການແຍກຕົວສຳລັບຜູ້ທີ່ມາຈາກ ແລະ ໄປຜ່ານ ສ.ເກົາຫຼີ (ພາບ: SKĐS)

ວັນທີ 25 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ມີຈົດໝາຍທາງການສົ່ງເຖິງຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແນໃສ່ແນະນຳການແຍກຕົວສຳລັບຜູ້ທີ່ກັບມາຈາກ ສ.ເກົາຫຼີ. ຈົດໝາຍທາງການຊີ້ແຈ້ງວ່າ: ວັນທີ 24 ກຸມພາ 2020, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ໄດ້ໂຮມປະຊຸມ, ເຫັນດີເປັນເອກະພາບນຳໃຊ້ບັນດາມາດຕະການຕອບສະໜອງການປ້ອງກັນ, ຄວບຄຸມໂລກລະບາດຕໍ່ບັນດາເຂດມີຫລາຍຄົນຕິດເຊື້ອຢູ່ ສ.ເກົາຫຼີ. ກະຊວງສາທາລະນະສຸກສະເໜີ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຊີ້ນຳອົງການທີ່ກ່ຽວຂ້ອງໃນບໍລິເວນ ນຳໃຊ້ການແຈ້ງຂໍ້ມູນສຸຂະພາບສຳລັບແຂກທ່ອງທ່ຽວທັງໝົດທີ່ມາຈາກ ແລະ ໄປຜ່ານ ສ.ເກົາຫຼີ, ກວດພົບຜູ້ທີ່ມີອາການເປັນໄຂ້, ໄອ, ຫາຍໃຈຝືດ ແລະ ຜູ້ທີ່ມາຈາກ ຫຼື ໄປຜ່ານເຂດ Daegu, ເຂດ Gyeongsang ເໜືອໂດຍໄວ. ກະຊວງສາທາລະນະສຸກສະເໜີ: ທຸກຄົນທີ່ມີອາການເປັນໄຂ້, ໄອ, ຫາຍໃຈຝືດ ຖືກກວດພົບຢູ່ດ່ານຊາຍແດນ ຕ້ອງແຍກຕົວຢູ່ສຸກສາລາຢ່າງເດັດຂາດ ແລະ ເອົາຕົວຢ່າງມາວິໄຈ.

        ແລະກໍ່ໃນວັນດຽວກັນ, ກົມສາທາລະນະສຸກ (ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ຈະມີປະມານ 30 ຫ້ອງວິໄຈ ສາມາດວິໄຈໄວຣັດ SARS-CoV-2 ໄດ້.

(ແຫຼ່ງຄັດຈາກ VOV)


top