ຂ່າວສານ

ໂລກລະບາດ Covid-19: Vietnam Airlines ໂຈະບັນດາຖ້ຽວບິນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຊົ່ວຄາວ

      ຕອນຄ່ຳວັນທີ 02 ມີນາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ Covid-19 ຢູ່ ສ.ເກົາຫຼີ, Vietnam Airlines ໄດ້ໂຈະບັນດາຖ້ຽວບິນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຊົ່ວຄາວນັບແຕ່ວັນທີ 05 ມີນາ.

Vietnam Airlines ໂຈະບັນດາຖ້ຽວບິນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຊົ່ວຄາວ (ພາບ: ACV/tuoitre.vn)
      ບັນດາຖ້ຽວບິນໃນລະຫວ່າງວັນທີ 03 – 04 ມີນາ ແຕ່ Seoul, Busan ມາຫາ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ຈະໄປລົງຈອດຢູ່ສະໜາມບິນ ເວິນໂດນ (ແຂວງ ກວ໋າງນິງ), ເກິນເທິ, ຝູກ໊າດ (ແຂວງ ກຸຍເຍິນ) ຕາມຄຳຮຽກຮ້ອງຂອງເຈົ້າໜ້າທີ່. ຊາວຜູ້ອອກແຮງງານ, ຈຸບິນຂອງບັນດາຖ້ຽວບິນທັງໝົດ ຈະໄດ້ຮັບເຄື່ອງອຸປະກອນປ້ອງກັນເຊື້ອພະຍາດ ເພື່ອຮັບປະກັນສຸຂະພາບ.
        ເພື່ອຊອກຮູ້ຂໍ້ມູນຂ່າວສານຕື່ມອີກ ຫຼື ມີຄວາມຕ້ອງການຢາກໜູນຊ່ວຍ, ລູກຄ້າຂອງ Vietnam Airlines ສາມາດເຂົ້າເວັບໄຊ vietnamairlines.com ຫຼື ທາງ Facebook ດ້ວຍລະຫັດ facebook.com/VietnamAirlines.
 (ແຫຼ່ງຄັດຈາກ VOV)


top