ຂ່າວສານ

ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 85 ລ້ານຄົນ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ມັງກອນ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດເກືອບ 85 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1,84 ລ້ານຄົນ.

ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຢູ່ອິດສະລາແອັນ (ພາບ: TTXVN)
      ອາເມລິກາຍັງ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. ສະເພາະວັນທີ 2 ມັງກອນ, ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສູງທີ່ສຸດ ດ້ວຍຈຳນວນກ່ວາ 277.000 ຄົນ. ດັ່ງນັ້ນ, ປັດຈຸບັນ ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 21 ລ້ານຄົນ ແລະ ມີຜູ້ເສຍຊີວິດ ເກືອບ 360.000 ຄົນ. ຖັດຈາກອາເມລິກາແມ່ນ ອິນເດຍ ແລະ ບຣາຊິນ.
            ຢູ່ອາຊີ, ຕາມອົງການຄວບຄຸມ, ສະກັດກັ້ນ, ຕ້ານ  ພະຍາດຕິດແປດ ສ.ເກົາຫຼີ (KDCA) ແລ້ວ, ໃນ 1 ວັນທີ່ຜ່ານມາ, ປະເທດນີ້ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 657 ຄົນ ແລະ ມີຜູ້ເສຍຊີວິດໃໝ່ຕື່ມອີກ 20 ຄົນ.
            ກ່ຽວຂ້ອງເຖິງບັນຫາ ວັກຊິນ, ອິດສະລາແອັນໄດ້ກາຍເປັນປະເທດນຳໜ້າໂລກ ກ່ຽວກັບອັດຕາສັກວັກຊິນ ເມື່ອໄດ້ສຳເລັດບັ້ນສັກວັກຊິນ ກັນພະຍາດໂຄວິດ - 19 ຄັ້ງທຳອິດ ໃຫ້ແກ່ປະຊາຊົນກ່ວາ 1 ລ້ານຄົນ, ກວມເອົາກ່ວາ 10% ຂອງປະຊາກອນ.
 (ແຫຼ່ງຄັດຈາກ VOV)
 


top