ຂ່າວສານ

ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 239 ລ້ານຄົນ

      ຢູ່ເອີລົບ, ລັດເວຍ ໄດ້ປະກາດສະພາວະສຸກເສີນທີ່ແກ່ຍາວເປັນເວລາ 3 ເດືອນ, ເລີ່ມແຕ່ວັນທີ 11 ຕຸລາ, ຍ້ອນຈຳນວນຜູ້ຕິດເຊື້ອໃໝ່ ບັນລຸລະດັບສະຖິຕິ ໃນຂະນະທີ່ ອັດຕາສັກວັກຊິນກັນໂຄວິດ - 19 ຢູ່ ປະເທດນີ້ ຍັງຕ່ຳທີ່ສຸດ ຢູ່ ສະຫະພາບເອີລົບ (EU).
ພາບປະກອບ:  THX/TTXVN
      ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 12 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 239 ລ້ານຄົນ, ໃນນັ້ນມີກ່ວາ 4,87 ລ້ານຄົນ ເສຍຊີວິດ.
      ຢູ່ເອີລົບ, ລັດເວຍ ໄດ້ປະກາດສະພາວະສຸກເສີນທີ່ແກ່ຍາວເປັນເວລາ 3 ເດືອນ, ເລີ່ມແຕ່ວັນທີ 11 ຕຸລາ, ຍ້ອນຈຳນວນຜູ້ຕິດເຊື້ອໃໝ່ ບັນລຸລະດັບສະຖິຕິ ໃນຂະນະທີ່ ອັດຕາສັກວັກຊິນກັນໂຄວິດ - 19 ຢູ່ ປະເທດນີ້ ຍັງຕ່ຳທີ່ສຸດ ຢູ່ ສະຫະພາບເອີລົບ (EU).
(ແຫຼ່ງຄັດຈາກ VOV)


top