ຂ່າວສານ

ໂລກ 2025: ບັນ​ດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃໝ່

ໃນປີ 2025, ການເມືອງໂລກສືບຕໍ່ຜ່ານຜ່າບັນດາການຜັນແປທີ່ມີລັກສະນະບາດລ້ຽວ, ເມື່ອບັນດາຄວາມເຄັ່ງຕຶງດ້ານການເມືອງ ແລະ ເສດຖະກິດທົ່ວໂລກສ່ອງແສງຢ່າງຈະແຈ້ງເຖິງບັນດາການເຄື່ອນໄຫວມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍໃໝ່ກ່ຽວກັບເສດຖະກິດ ແລະ ຄວາມໝັ້ນຄົງດ້ວຍຫຼາຍສິ່ງທີ່ຍາກຈະຄາດຄະເນລ່ວງໜ້າໄດ້.
ພາບປະກອບ: VGP

ໜຶ່ງປີເຕັມໄປດ້ວຍການຜັນແປຂອງການເມືອງໂລກ ໄດ້ເລີ່ມຕົ້ນດ້ວຍເຫດການ ທ່ານ Donald Trump ກັບຄືນຂຶ້ນກຳອຳນາດປະທານາທິບໍດີ ອາເມລິກາ ສະໄໝທີ 2, ໃນວັນທີ 20 ມັງກອນ 2025 ແລະ ຈົນຮອດວັນສຸດທ້າຍຂອງປີ, ປະເທດ ອາເມລິກາ ຍັງແມ່ນສະຖານທີ່ດຶງດູດຄວາມສົນໃຈ ດ້ວຍບັນດາຖະແຫຼງການທີ່ເຕັມໄປດ້ວຍຄວາມໂຕ້ຖຽງກັນ ຈາກທ່ານປະທານາທິບໍດີ ອາເມລິກາ ທີ່ຖືວ່າ ອາເມລິກາ ຕ້ອງມີ Greenland ໃຫ້ໄດ້.

ຜົນກະທົບຈາກປະເທດ ອາເມລິກາ

ການກັບຄືນມາດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ຂອງ ທ່ານ Donald Trump ໄດ້ສ້າງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງ ຕໍ່ທຸກການຜັນປ່ຽນຂອງການພົວພັນສາກົນ ໃນປີ 2025, ເມື່ອ ອາເມລິກາ ມີບັນດາການປ່ຽນແປງນະໂຍບາຍການຕ່າງປະເທດທີ່ມີລັກສະນະບາດລ້ຽວໃນທຸກຂົງເຂດ. ສຳລັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ, ອຳນາດການປົກຄອງ ອາເມລິກາ ໄດ້ປ່ຽນແປງວິທີການເຂົ້າເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເມື່ອເຊື່ອມຕໍ່ການໂອ້ລົມສົນທະນາກັບ ລັດເຊຍ ແລະ ຖອນຕົວອອກຈາກການໜູນຊ່ວຍດ້ານເສດຖະກິດ, ການທະຫານໃຫ້ແກ່ ຢູແກຼນ ເພື່ອແນໃສ່ສ້າງກຳລັງກົດດັນ ບັງຄັບບັນດາຝ່າຍຊອກຫາວິທີການຢຸດຕິການປະທະກັນ.

ໃນຂະນະນັ້ນ, ຢູ່ພາກພື້ນ ຕາເວັນອອກກາງ, ການແຊກແຊງຂອງ ອາເມລິກາ ທັງຊ່ວຍນຳມາເຊິ່ງຂໍ້ຕົກລົງຢຸດຍິງ ອິດສະລາແອັນ - ຮາມາດສ ຢູ່ເຂດ ກາຊາ ພ້ອມທັງເຮັດໃຫ້ເອກະສານນິວເຄຼຍ ອີຣານ ສັບສົນຂຶ້ນຕື່ມເມື່ອ ອິດສະລາແອັນ ເຂົ້າຮ່ວມບັນດາການບຸກໂຈມຕີເລັ່ງໃສ່ບັນດາຮາກຖານນິວເຄຼຍ ອີຣານ ເມື່ອເດືອນ ມິຖຸນາ.

ເຖິງຢ່າງໃດກໍຕາມ, ຜົນກະທົບໃຫຍ່ທີ່ສຸດຈາກບັນດາການປ່ຽນແປງຂອງປະເທດ ອາເມລິກາ ແມ່ນສົງຄາມດ້ານພາສີອາກອນ, ເມື່ອ ທ່ານປະທານາທິບໍດີ Donald Trump ຈັດວາງອັດຕາພາສີສົມທົບຕໍ່ບັນດາປະເທດເກືອບທັງໝົດ, ນັບທັງສຳພັນທະມິດ. ນະໂຍບາຍນີ້ບໍ່ພຽງແຕ່ສ້າງ Shock ດ້ານການຄ້າໃຫຍ່ທີ່ສຸດໃນໂລກ ໃນ 2 – 3 ທົດສະວັດຜ່ານມາເທົ່ານັ້ນ ຫາກຍັງກໍ່ຜົນກະທ້ອນຕໍ່ລະບົບສະໜອງທົ່ວໂລກອີກດ້ວຍ, ຄ່ອຍໆກຳນົດຄວາມເປັນລະບຽບຮຽບຮ້ອຍເສດຖະກິດໃໝ່ທີ່ຍາກຈະຄາດຄະເນລ່ວງໜ້າໄດ້. ທ່ານນາງ Rebecca Lissner ນັກຊ່ຽວຊານກ່ຽວກັບນະໂຍບາຍການຕ່າງປະເທດ ອາເມລິກາ ສັງກັດສະພາການພົວພັນການຕ່າງປະເທດ (CFR), ໃຫ້ຂໍ້ສັງເກດວ່າ:

ປີ 2025 ອາດສາມາດຖືວ່າແມ່ນປີຂາດວັກຂາດຕອນໃນນະໂຍບາຍການຕ່າງປະເທດຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump. ສິ່ງນີ້ໄດ້ດຳເນີນນັບແຕ່ຕົ້ນປີ ເມື່ອທ່ານຍຸບເລີກອົງການພັດທະນາຫຼັກຂອງ ອາເມລິກາ ເຊິ່ງແມ່ນ USAIDS ແລະ ຫຼັງຈາກນັ້ນໄດ້ດຳເນີນຢູ່ບັນດາຂົງເຂດນະໂຍບາຍອື່ນໆ. ພວກເຮົາໄດ້ເຫັນປະຈັກຕາເຫດການທີ່ໄດ້ເອີ້ນວ່າ ວັນປົດປ່ອຍໃນວັນທີ 2 ເມສາ ເມື່ອ ທ່ານ Donald Trump ຈັດວາງອັດຕາພາສີລະດັບສູງປະຫວັດສາດ, ບໍ່ພຽງແຕ່ສຳລັບບັນດາປະເທດຄູ່ແຂ່ງຂອງ ອາເມລິກາ ເທົ່ານັ້ນ ຫາກຍັງແມ່ນບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື, ເຊິ່ງໄດ້ສ້າງເປັນການຂັດແຍ້ງກັນທາງການຄ້າທີ່ແກ່ຍາວມາຮອດປັດຈຸບັນ.

ບັນດາການປ່ຽນແປງໃຫຍ່ຂອງ ອາເມລິກາ ແລະ ຜ່ານນັ້ນ ສົ່ງຜົນກະທົບຕໍ່ໂລກ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າໃນແຜນຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ ໂດຍອາເມລິກາ ປະກາດໃນວັນທີ 4 ທັນວາ, ໃນນັ້ນ ສົ່ງສັນຍານການສັບຊ້ອນຄືນໃໝ່ກ່ຽວກັບບັນດາບຸລິມະສິດຍຸດທະສາດໃໝ່ຂອງ ອາເມລິກາ ໃນໄລຍະຈະມາເຖິງ.

ສິ່ງທີ່ລໍຄອຍໃນປີ 2026 ແມ່ນຫຍັງ?

ບັນດາການໂຕ້ຖຽງກັນລະຫວ່າງ ອາເມລິກາ ແລະ ແດນມາກ ກ່ຽວກັບເກາະ Greenland, ຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງ ອາເມລິກາ ແລະ ເວເນຊູເອລາ, ການເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ ຕົກເຂົ້າສູ່ສະພາບການຈົນຕາແຈ ຫຼື ບັນດາການໂຕ້ຕອບຄືນກ່ຽວກັບພາສີອາກອນລະຫວ່າງ ອາເມລິກາ ແລະ ສະຫະພາບ ເອີລົບ (EU) ໃນຊຸມວັນທ້າຍປີ 2025 ສະແດງໃຫ້ເຫັນວ່າ ໂລກຈະສືບຕໍ່ກ້າວເຂົ້າສູ່ຊຸມວັນຕົ້ນປີ 2026 ດ້ວຍຫຼາຍບັນຫາທີ່ຍາກຈະຄາດຄະເນໄດ້.

ເລື່ອງອຳນາດການປົກຄອງ ອາເມລິກາ ຍູ້ໄວການຜັນຂະຫຍາຍບັ້ນຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່, ໃນນັ້ນຖືຊີກໂລກຕາເວັນຕົກ ແມ່ນເຂດຜົນປະໂຫຍດທີ່ບໍ່ສາມາດລ່ວງລ້ຳຂອງ ອາເມລິກາ, ອາດຈະເຮັດໃຫ້ສະຖານທີ່ຈຳນວນໜຶ່ງກາຍເປັນບັນຫາຮ້ອນເຮັ່ງໃນປີ 2026. ໃນຂະນະນັ້ນ, ແງ່ຫວັງກ່ຽວກັບການຢຸດຕິການປະທະກັນ ລະຫວ່າງລັດເຊຍ - ຢູແກຼນ ຫຼື ການຜັນຂະຫຍາຍໄລຍະທີ 2 ຂອງແຜນການສັນຕິພາບຢູ່ເຂດ ກາຊາກໍ່ປະສົບກັບສິ່ງທ້າທາຍນາໆປະການ.

ຕາມທ່ານ Neil Melvin, ຜູ້ອຳນວຍການຄວາມໝັ້ນຄົງສາກົນ ຂອງສະຖາບັນບັນດາເຫຼົ່າທັບເອກະພາບ ພະບໍລົມວົງສານຸວົງ ອັງກິດ (RUSI) ແລ້ວ, ສາມທ່າອ່ຽງຫຼັກຂອງໂລກໃນປັດຈຸບັນລວມມີ: ໂລກເພີ່ມການຂາດສະຖຽນລະພາບ, ການແບ່ງແຍກກັນ ແລະ ການປະທະກັນໃນພາກພື້ນຂຶ້ນ, ຄວາມສ່ຽງສູ້ຢັນກັນໂດຍກົງລະຫວ່າງບັນດາປະເທດມະຫາອຳນາດ ຈະສືບຕໍ່ຄອບງຳໃນປີ 2026.  ສິ່ງທີ່ເປັນໜ້າວິຕົກກັງວົນກວ່າອີກແມ່ນບັນດາຈຸດຮ້ອນໃໝ່ໃນໂລກເລີ່ມປະກົດຂຶ້ນ, ໃນຂະນະທີ່ບັນດາຄວາມຂັດແຍ້ງກັນໃນປີ 2025 (ແລະກ່ອນນັ້ນ) ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊິງ.

ປີ 2025 ແມ່ນປີສ້າງຂີດໝາຍຍ້ອນສະພາບການຂາດສະຖຽນລະພາບ ແລະ ການປະທະກັນເພີ່ມຂຶ້ນ ແລະ ຂ້າພະເຈົ້າຄິດວ່າ ພວກເຮົາພວມເຫັນປະຈັກຕາການໂຮມ 3 ທ່າອ່ຽງຫຼັກຂອງທັງປີນີ້ ເຂົ້າໃນປີ 2026. ໜຶ່ງໃນບັນດາທ່າອ່ຽງນັ້ນແມ່ນເລື່ອງໂລກທີ່ນັບມື້ນັບເຫີນຫ່າງຈາກສັນຕິພາບ ແລະ ສະຖຽນລະພາບທີ່ໄດ້ແກ່ຍາວແຕ່ຊຸມປີ 1980 ຈົນຮອດລະດູບານໃໝ່ ອາຣັບ. ນີ້ແມ່ນທ່າອ່ຽງທົ່ວໂລກ ແລະ ປັດໄຈທີ່ເຮັດໃຫ້ທ່າອ່ຽງນີ້ພົ້ນເດັ່ນຂຶ້ນ ແມ່ນການຢຸດຕິຂອງ Pax Americana, ໝາຍຄວາມວ່າການຫຼຸດຜ່ອນບົດບາດຂອງປະເທດ ອາເມລິກາ ໃນການສະໜັບສະໜູນບັນດາແນວຄວາມຄິດສັນຕິພາບ, ເປັນຕົ້ນແມ່ນຜ່ານ ສປຊ.

ໃນສະພາບການນັ້ນ, ວົງການນັກສັງເກດການໄດ້ຕີລາຄາເຫດການສຳຄັນໃນ 6 ເດືອນຕົ້ນປີ 2026 ອາດສາມາດສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ 6 ເດືອນທ້າຍປີ ແມ່ນການຢ້ຽມຢາມຈີນ ຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຄາດວ່າໃນໄຕມາດທີ 1. ນີ້ຈະແມ່ນການຢ້ຽມຢາມກຳນົດທິດການພົວພັນໃໝ່ລະຫວ່າງ ອາເມລິກາ ແລະ ຈີນ, ພ້ອມທັງອາດສາມາດເຮັດກົນໄກ G2 ເຊິ່ງປະທານາທິບໍດີ ອາເມລິກາ ເຄີຍເຕື້ອງເຖິງນັ້ນຈະແຈ້ງຂຶ້ນຕື່ມ, ຕາມນັ້ນແລ້ວ ອາເມລິກາ - ຈີນ ຈະປະບັນດາຄວາມບໍ່ລົງລອຍກັນດ້ານຍຸດທະສາດໄວ້ກ່ອນ ເພື່ອເປັນຜູ້ປະສານງານບັນດາການພົວພັນຢູ່ຂອບເຂດທົ່ວໂລກ, ບໍ່ພຽງແຕ່ກ່ຽວກັບດ້ານພູມສາດການເມືອງ, ເສດຖະກິດເທົ່ານັ້ນ ຫາກຍັງແມ່ນເຕັກໂນໂລຢີອີກດ້ວຍ.


top