ຂ່າວສານ

ໂທລະເລກແລະຈົດໝາຍອວຍພອນສະເຫຼີມ 75 ປີແຫ່ງວັນຊາດປະເທດແຫ່ງຫວຽດນາມ ທີ 2 ກັນຍາ

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດປະເທດແຫ່ງສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020), ການນຳບັນດາປະເທດໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດຫວຽດນາມ.

(ພາບປະກອບ: baoquocte.vn)
      ໃນໂທລະເລກຊົມເຊີຍ, ການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດແຫ່ງສປປ.ລາວ ໄດ້ຢືນຢັນການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເຄົາລົບ, ຮັກສາ. ບັນດາການນຳລາວ ກໍ່ອວຍພອນໃຫ້ຫວຽດນາມ ຈົ່ງບັນລຸຜົນສຳເລັດໃນຖານະບົດບາດປະທານອາຊຽນ, ປະທານກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາອາຊຽນ (AIPA) ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.
          ໃນຈົດໝາຍອວຍພອນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ (CPP) ໄດ້ຢືນຢັນຄວາມຕັດສິນໃຈປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ດ້ວຍທິດນຳທີ່ວ່າ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ,  ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ແລະວຫາງ 2 ປະເທດ.
          ໃນໂທລະເລກຊົມເຊີຍຂອງບັນດາການນຳກຸຍບາ ຢືນຢັນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
          ໃນໂທລະເລກຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ແລະ ບັນດາການນຳສະຫະພັນລັດເຊຍ ສະແດງຄວາມເຊື່ອໝັ້ນວ່າ 2 ຝ່າຍຈະພ້ອມກັນມານະພະຍາຍາມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ - ຫວຽດນາມ ໃຫ້ເລິກເຊິ່ງກວ່າ.
          ເນື່ອງໃນໂອກາດານີ້, ກະສັດມາເລເຊຍ, ການນຳລັດຖະບານມາເລເຊຍ; ການນຳໄທ; ນາຍົກລັດຖະມົນຕີສິງກະໂປ; ການນຳມຽນມາ ກໍ່ໄດ້ສົ່ງໂທລະເລກ, ຈົດໝາຍອວຍພອນເຖິງການນຳຫວຽດນາມ ເນື່ອງໃນໂອກາດນີ້ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)
 


top