ເຄື່ອງໝາຍ ຫວຽດ

“ໂຕເຜິ້ງສີສົ້ມ” ຂອງ EVNSPC

ບັນດາຊ່າງໄຟຟ້າ ຂອງ ສະຫະບໍລິສັດ ໄຟຟ້າ ພາກໃຕ້ (EVNSPC) ປຽບເໝືອນ “ໂຕເຜິ້ງສີສົ້ມ”, ເຮັດວຽກທັງເວັນ ທັງ ຄືນ ເພື່ອການພັດທະນາເສດຖະກິດ-ສັງຄົມ ຂອງ 21 ແຂວງ, ນະຄອນ ຢູ່ພາກໃຕ້, ນັບແຕ່ແຂວງ ນິງຖ້ວນ ເຖິງນະຄອນ ກ່າເມົາ. 
ແສງແດດທ່ີຮ້ອນອົບເອົ້າຢູ່ ເຂດພາກກາງຕອນໃຕ້ ຫຼື ລະດູນໍ້າ ແກ່ງ ຢູ່ ເຂດທົ່ງພຽງແມ່ນຳ້ຂອງ ໄດ້ເຮັດໃຫ້ຊ່າງໄຟຟ້າຂອງ  EVNSPC ປະສົບຄວາມຫຍຸ້ງຍາກ, ລຳບາກຍິ່ງຂຶ້ນໃນ ການ ເຮັດວຽກ. ເຂົາເຈົ້າຕ້ອງ “ແຂ່ງຝົນ ຕາກແດດ, ຜ່ານພາຍຸ ລົມ ແຮງ”, ເຮັດວຽກ ໃນສະພາບອາກາດທີ່ຂ້ຽວຂາດ ເພື່ອ ຮັບປະ ກັນໃຫ້ກະແສ ໄຟຟ້າ ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ, ນຳມາ ແສງ ສະຫວ່າງໃຫ້ແກ່ ປະຊາຊົນ. 

ມີຄົນ ກ່າວວ່າ ຊ່າງໄຟຟ້າ ຂອງ ຂະແໜງໄຟຟ້າ  EVNSPC ເປັນຜູ້ “ສ້າງຄວາມເຊື່ອໝັ້ນ” ມາໃຫ້ແກ່ປະຊາຊົນ ໃນທ່ົວປະ ເທດ, ແຕ່ນະຄອນ ເຖິງເຂດຫ່າງໄກສອກຫຼີກ, ໝູ່ເກາະ ທະເລ. ເພື່ອວຽກງານລວມ ຂອງ ຂະແໜງໄຟຟ້າ, ບໍ່ວ່າ ເປັນຕອນກາງ ເວັນ ຫຼື ກາງຄືນ, ບັນດາຊ່າງໄຟຟ້າຂອງ EVNSPC ຍາມໃດກໍ່ ຢູ່ໃນສະພາບ ກຽມພ້ອມ ປະຕິບັດວຽກງານ ເພື່ອສຳເລັດທຸກ ໜ້າທີ່ ທີ່ຂັ້ນເທິງ ໄດ້ມອບໝາຍໃຫ້. 


ລາງວັນທີໜຶ່ງ:
 “ພາບຊີວິດຂອງກຳມະກອນ ໄຟຟ້າ” ພາບຖ່າຍ : ດັ້ງຮ່ົງ



ລາງວັນທີສອງ:
“ບົວລະບັດຮັກສາ ໝໍ້ປ່ຽນໄຟ ລະດັບ ຄວາມດັນ 110 ກິໂລໂວນ ສະໜອງໄຟຟ້າ ໃຫ້ແກ່ນະຄອນ ຟານຖຽດ” ພາບຖ່າຍ: ໂດ໋ຮືວຕວນ



ລາງວັນທີສອງ:
“ນັກຮົບເທິງເກາະ ເຈື່ອງຊາ ພວມບົວລະບັດຮັກສາລະບົບພະລັງງານແສງຕາເວັນ”. ພາບ: ໂຈ່ບາທີ



ລາງວັນທີສາມ:
“ໄຟຟ້າຮັບໃຊ້ການລ້ຽງສິນໃນນຳ້”. ພາບ: ບຸ່ຍກວາງຫວູ



ລາງວັນທີສາມ:
“ໄຟຟ້າມາເຖິງເຂດ ແຄມທະເລ” ພາບຖ່າຍ: ເຈິ່ນແຄງຮຶງ



ພາບຖ່າຍ:
“ກຳມະກອນໄຟຟ້າຂອງທີມ Hotline” ລາງວັນ ຊົມເຊີຍໃນປະເພດພາບເປັນຊຸດ - ນັກປະພັນ: ຫຼີນາມຖ້ວນ



ລາງວັນຊົມເຊີຍ:
ກຳມະກອນໄຟຟ້າ ພາກໃຕ້ ໄດ້ຜ່ານຜ່າ ອຸປະສັກນາໆ ປະການ ເພື່ອນຳແສງສະຫວ່າງ ມາສູ່ເຂດ ຫ່າງໄກສອກຫຼີກ” - ພາບຖ່າຍ: ໂຕຮວ່າງຫວູ



ລາງວັນຊົມເຊີຍ:
“ກຳມະກອນໄຟຟ້າ ນຳໄຟຟ້າມາໃຫ້ ພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ພາກໃຕ້”. ພາບ: ຫງວຽນຫງອກຕວນ



ລາງວັນຊົມເຊີຍ:
“ຕາຂ່າຍໄຟຟ້າແຫ່ງຊາດ ໄດ້ຕິດຕັ້ງ ຢູ່ເຂດທະເລໝູ່ເກາະທິດ ຕາເວັນຕົກສ່ຽງໃຕ້”. ພາບ: ຮ່າວັນດົງ

ບັນດາຢາດເຫື່ອຂອງຊ່າງໄຟຟ້າ ໃນທົ່ວເສັ້ນທາງຫຼາຍສາຍຢູ່ ພາກໃຕ້ ຈະເຮັດໃຫ້ລຸ້ນຊ່າງໄຟຟ້າທີ່ໜຸ່ມນ້ອຍໄດ້ເຕີບໃຫຍ່, ດ້ວຍຄວາມອົງອາດກ້າແກ່ນ, ມີຄວາມຮັບຜິດຊອບ, ນຳ້ໃຈຮັກ ມັກອາຊີບ ຢ່າງເລິກເຊິ່ງ ແລະ ຮູ້ນັບຖືສິ່ງທີ່ດີທີສຸດໃນຊີວິດ. 

- ໃນ 6 ເດືອນຕົ້ນປີ 2019, EVNSPC ຮັບປະກັນການສະໜອງໄຟຟ້າຢ່າງປອດໄພ ແລະ ຕໍ່ເນື່ອງໃຫ້ແກ່ປະຊາຊົນ ໃນຂົງເຂດເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ພັດທະນາເສດຖະກິດ ແລະ ສັງຄົມ, ພິ ເສດແມ່ນສະໜອງໄຟຟ້າໃຫ້ບັນດາຂົງເຂດປະສົບໄພ ແຫ້ງ ແລ້ງ, ນໍ້າທະເລຂຶ້ນສູງ. 
- ຈຳນວນຊ່າງໄຟຟ້າ ຂອງ EVNSPC ມີທັງໝົດປະມານ 22.000 ຄົນ, ເຮັດວຽກຢູ່ 21 ແຂວງ, ນະຄອນ ຢູ່ພາກໃຕ້. 

ບົດ: ເຈິ່ນຮວ່າງ
ພາບ: ງານປະກວດຮູບພາບ “ຄວາມ ເອກ ອ້າງທະນົງໃຈຂອງຂະແໜງໄຟຟ້າ ພາກໃຕ້- 45 ປີ ແຫ່ງການກໍ່ສ້າງ ແລະ ພັດທະນາ”

 

top