ຂ່າວສານ

ໂຕທິຈາງ - ນັກກິລາຄວ້າໄດ້ຫຼຽນຄຳດວງທຳອິດມາໃຫ້ຫວຽດນາມ ຢູ່ ຊີເກມ 31

ຕອນບ່າຍວັນທີ 10 ພຶດສະພາ ກ່ອນທີ່ດຳເນີນພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 31 ຫຼື ຊີເກມ 31 ຢູ່ໂຮງກິລາ ຮວ່າຍດຶກ ທີ່ ຮ່າໂນ້ຍ ໄດ້ກາຍເປັນເວທີແຂ່ງຂັນກິລາທີ່ພົ້ນເດັ່ນທັງແມ່ນແຫ່ງທີ່ບັນດານັດກິລາເບິ່ງ ຊີເກມ ປະເພດ Kurash ຄື ເຈິ່ນເທືອງ ບຸ່ຍມິງກວນ ເຊິ່ງໄດ້ແຂ່ງຂັນດ້ວຍຄວາມເຊື່ອໝັ້ນຄວ້າໄດ້ຫຼຽນຄຳດວງທຳອິດມາໃຫ້ກິລາ ຫວຽດນາມ. ແຕ່ຜູ້ສາມາດຄວ້າໄດ້ຫຼຽນຄຳດວງທຳອິດ ໃຫ້ແກ່ຄະນະນັກກິລາ ຫວຽດນາມ ພັດແມ່ນນາງສາວຄົນໜຶ່ງທີ່ມີຄີງບາງຮ່າງນ້ອຍ ແຂ່ງຂັນໃນລະດັບນ້ຳໜັກຕ່ຳກວ່າ 48 ກິໂລກຣາມ ນັ້ນແມ່ນນັກກິລາ ໂຕທິຈາງ
  ນັກກິລາ ໂຕທິຈາງ  

 ເມື່ອເຂົ້າຮ່ວມງານແຂ່ງຂັນກິລາ ຊີເກມ ຄັ້ງທຳອິດໃນພາລະກິດຂອງຕົນ, ໂຕທິຈາງ ໄດ້ສ້າງຂີດໝາຍຍາກທີ່ຈະຈືດຈາງໄດ້ ດ້ວຍລາງວັນຊະນະເລີດຢູ່ເວທີແຂ່ງຂັນກິລາ ຫວຽດນາມ. ເມື່ອແຂ່ງຂັນກັບຄູ່ແຂ່ງສີ່ຄົນ  ໂຕທິຈາງສາມາດເອົາຊະນະຕໍ່ຄູ່ແຂ່ງສາມຄົນ ຄື ສູຄິນຄິນ ຂອງ ມຽນມາ, ຮາແລນ ອາກໂລແປນ ຂອງ ຟິລິບປິນ ແລະ ນັກກິລາຮ່ວມຄະນະ ຫວໍທິຖຸຍເຢືອງ. ໂຕທິຈາງ ເວົ້າວ່າ:

ນ້ອງດີໃຈ ແລະ ມີຄວາມເອກອ້າງທະນົງໃຈຂະນະທີ່ສາມາດຄວ້າໄດ້ຫຼຽນຄຳມາໃຫ້ປະເທດຊາດ. ນ້ອງຂອບໃຈນຳຄູຝຶກ ໝູ່ເພື່ອນ ຄອບຄົວ ແລະ ທຸກໆຄົນໄດ້ຊ່ວຍໃຫ້ນ້ອງສາມາດຍາດໄດ້ຜົນງານຄືວັນນີ້”.

ການຄວ້າໄດ້ຫຼຽນຄຳຂອງ ຈາງ ອາດຈະໄວກວ່າ ຖ້າຫາກວ່ານາງສາມາດເອົາຊະນະກັບຄູ່ແຂ່ງຂອງໄທຄື ດວງດາຣາ ໃນນັດແຂ່ງຂັນທີສາມ. ແຕ່ ຈາງ ໄດ້ເສຍໄຊ ແລະ ພາໃຫ້ນັດແຂ່ງຂັນສຸດທ້າຍ ຕ້ອງມີລັກສະນະຕັດສິນ ຈາງໃຫ້ຮູ້ຕື່ມອີກວ່າ:

ນ້ອງກໍ່ບໍ່ເຊື່ອວ່າເຮົາຕ້ອງເສຍໄຊໄວເຊັ່ນນັ້ນ ນ້ອງຕ້ອງລະດົມກຳລັງໃຈໃຫ້ແກ່ຕົນເອງ ແລະ ຕ້ອງພະຍາຍາມ ເພື່ອເຮົາຍັງມີໂອກາດຢູ່ ເຮົາຍາມສືບຕໍ່ແຂ່ງຂັນເພື່ອຍາດໄດ້ຜົນງານ”.

ໂຕທິຈາງ ເກີດປີ 1999 ແລະ ໄດ້ເຕີບໃຫຍ່ຂຶ້ນຢູ່ເມືອງ ດົງແອັງ ຮ່າໂນ້ຍ. ແຕ່ຄາວຍັງນ້ອຍນາງໄດ້ມີຄວາມຊົມຊອບກິລາ ພິເສດແມ່ນປະເພດມວຍ ຢູໂດ. ເມື່ອຮຽນຫ້ອງ ມໍ1 ຈາງໄດ້ເລີ່ມຮຽນມວຍ ຢູໂດ ແລະ ໄດ້ເດີນຕາມກິລາປະເພດນີ້ເປັນໄລຍະຍາວ, ໄລຍະຕໍ່ມາ ຈາງໄດ້ຫັນມາຮຽນມວຍ Kurash ເຊິ່ງແມ່ນປະເພດມວຍປ້ຳເຊິ່ງເປັນປະເພນີຂອງບັນດາປະເທດອາຊີກາງ. ຫົວໜ້າຄູຝຶກທິມ Kurashແຫ່ງຊາດ ຫວຽດນາມ ຫງວຽນຕ໊ວນຫັອກ ໃຫ້ຮູ້ວ່າ:

ສິ່ງທີ່ພິເສດ ແລະ ເປັນໜ້າປະທັບໃຈຂອງຂ້າພະເຈົ້າ ແມ່ນໃນລະດັບບນ້ຳໜັກ 48 ກິໂລກຣາມ ຂອງນັກກິລາ ໂຕທິຈາງ. ໃນສອງນັດແຂ່ງຂັນ ຈາງ ໄດ້ແຂ່ງຂັນດີທີ່ສຸດ ແຕ່ໃນນັດທີສາມ ຈາງບໍ່ຕັ້ງໃຈແຂ່ງຂັນ ດັ່ງນັ້ນໄດ້ຖືກເສຍໄຊ. ແຕ່ໃນນັດສຸດທ້າຍ ຈາງ ໄດ້ຕັດສິນໃຈແຂ່ງຂັນ ແລະ ສາມາດຄວ້າໄດ້ຫຼຽນຄຳ”.

ທ້າວ ດ່າວດ້າຍຮ໋າຍ ຜູ້ເປັນຜົວຂອງຈາງ ໄດ້ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ ຂະນະທີ່ ຈາງ ໄດ້ເດີນຕາມອາຊີບເປັນນັກກິລາວ່າ:

ສອງຜົວເມຍນ້ອງ ກໍ່ໄດ້ວາງແຜນຄອບຄົວ ເພື່ອໃຫ້ເມຍສຸມໃສ່ການແຂ່ງຂັນກິລາ. ເຮົາກໍ່ໄດ້ເສຍສະຫຼະຫຼາຍສິ່ງຫຼາຍຢ່າງ, ເປັນຜົວເມຍກັນ ແຕ່ໄລຍະເວລາຢູ່ນຳກັນກໍ່ໜ້ອຍທີ່ສຸດ ຍ້ອນຕ້ອງສະຫງວນເວລາ ເພື່ອຝຶກແອບໃນທິມຊາດ”.

ໃນໄລຍະຝຶກແອບກິລາເພື່ອກ້າວໄປສູ່ກຽດສັກສີນັ້ນ, ຈາງ ກໍ່ເຄີຍຮັບບາດແຜບາງຄັ້ງ ໃນນັ້ນຖືກຂາດສາຍເອັນນ້ອຍ ເຊິ່ງຄິດວ່າຕ້ອງເຊົາຫຼິ້ນກິລາ. ດ່າວດ້າຍຮ໋າຍ ໃຫ້ຮູ້ອີກວ່າ:

ນ້ອງຕ້ອງເບິ່ງແຍງ ຈາງ  ນັບເປັນເດືອນໃນໂຮງໝໍ. ເມຍຂອງນ້ອງຮັບບາດເຈັບເມື່ອປີ 2019 ເວລານັ້ນຄິດວ່າຈະເຊົາຫຼິ້ນກິລາ ແຕ່ເນື່ອງຈາກໄດ້ຮັບການລະດົມກຳລັງໃຈຈາກຄູຝຶກ ດັ່ງນັ້ນ ຈາງ ໄດ້ກັບຄືນສູ່ຝຶກແອບນັບແຕ່ເດືອນ ສິງຫາ ປີ 2020 ໄລຍະຕໍ່ມາ ຈາງ ໄດ້ເຂົ້າຮ່ວມແຂ່ງຂັນໃນງານແຂ່ງຂັນຄັ້ງທຳອິດ ກໍ່ສາມາດຄວ້າໄດ້ຫຼຽນເງິນໃນງານແຂ່ງຂັນຊີງຊະນະເລີດລະດັບຊາດດັ່ງນັ້ນໄດ້ຮັບການຄັດເລືອກເຂົ້າທິມຊາດ ແລະ ເມຍຂອງນ້ອງກໍ່ຕັດສິນໃຈພະຍາຍາມກາຍເປັນສະມາຊິກໃນຄະນະນັກກິລາເຂົ້າຮ່ວມ ຊີເກມ ຄັ້ງນີ້”.

ກ່ອນທີ່ຄວ້າໄດ້ຫຼຽນຄຳໃນ ຊີເກມ ຄັ້ງນີ້ ຈາງ ເຄີຍຄວ້າໄດ້ຫຼຽນທອງໃນງານແຂ່ງຂັນຊີງຊະນະເລີກກິລາປະເພດ Kurash 2022. ພ້ອມກັນນັ້ນ ໂຕທິຈາງ ຍັງເຂົ້າຮ່ວມການແຂ່ງຂັນມວຍ ຢູໂດ ເຊິ່ງແມ່ນກິລາປະເພດມີລັກສະນະຄ້າຍຄືກັນກັບ Kurash ແລະ ສາມາດຄວ້າໄດ້ຫຼຽນທອງໃນງານແຂ່ງຂັນກິລາຫາດຊາຍທະເລ ອາຊີ ປີ 2016.


top