ຂ່າວສານ

ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ 4 ແຂວງ: ນິງ​ບິ່ງ - ແທງ​ຮ​ວ໊າ - ເງະ​ອານ - ຮ່າ​ຕິງ

ກອງປະຊຸມແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາແຂວງແນະນຳ, ໂຄສະນາທິວທັດທຳມະຊາດ, ຜະລິດຕະພັນ, ການບໍລິການທ່ອງທ່ຽວທີ່ຈັບໃຈ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ ໃນລະດູຮ້ອນຈະມາເຖິງ ສູ່ມວນຊົນ, ຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ. ນິງບິ່ງ - ແທັງຮວ໊າ - ເງະອານ - ຮ່າຕິງ ແມ່ນບັນດາແຂວງທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ.
  ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວ 4 ແຂວງ: ນິງບິ່ງ - ແທງຮວ໊າ - ເງະອານ - ຮ່າຕິງ   

ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວ 4 ແຂວງ: ນິງບິ່ງ - ແທງຮວ໊າ - ເງະອານ - ຮ່າຕິງ ດ້ວຍຫົວຂໍ້ “ໜຶ່ງລາຍການ - 4 ສາລະທິດ ກັບຫຼາຍປະສົບການໃໝ່” ຖືກດຳເນີນໃນວັນທີ 13 ເມສາ ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງໃນຂອບເຂດງານຕະຫຼາດນັດສາກົນ ຫວຽດນາມ ປີ 2023.

ກອງປະຊຸມແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາແຂວງແນະນຳ, ໂຄສະນາທິວທັດທຳມະຊາດ, ຜະລິດຕະພັນ, ການບໍລິການທ່ອງທ່ຽວທີ່ຈັບໃຈ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ ໃນລະດູຮ້ອນຈະມາເຖິງ ສູ່ມວນຊົນ, ຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ. ນິງບິ່ງ - ແທັງຮວ໊າ - ເງະອານ - ຮ່າຕິງ ແມ່ນບັນດາແຂວງທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ. 4 ແຂວງດັ່ງກ່າວກໍເຕົ້າໂຮມທຸກຮູບແບບທ່ອງທ່ຽວດ້ວຍຫຼາຍປູຊະນີຍະສະຖານປະຫວັດສາດວັດທະນະທຳທີ່ມີຄຸນຄ່າ, ທັດສະນີຍະພາບທີ່ມີຊື່ສຽງ ແລະ ທິວທັດທຳມະຊາດທີ່ສວຍສົດງົດງາມ, ປະຊາຊົນສະໜິດສະໜົມ, ຮັກແພງແຂກຄົນ, ສະຖານທີ່ທ່ອງທ່ຽວປອດໄພ, ຈັບອົກຈັບໃຈແຂກທ່ອງທ່ຽວ.


top