ຂ່າວສານ

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຄັດຄ້ານເລື່ອງ ຈີນ ປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ

ຫຼັກໝັ້ນຂອງ ຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກນັ້ນ ແມ່ນຄວາມສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງລະອຽດຈະແຈ້ງໃນຊຸມປີຜ່ານມາ.
  (ພາບປະກອບ: chinhphu.vn)  

 ວັນທີ 29 ເມສາ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມຕໍ່ເລື່ອງ ຈີນ ປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກ ໃນເວລາ 3 ເດືອນ, ໃນນັ້ນມີເຂດທະເລຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫຼັກໝັ້ນຂອງ ຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກນັ້ນ ແມ່ນຄວາມສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງລະອຽດຈະແຈ້ງໃນຊຸມປີຜ່ານມາ. ຕາມນັ້ນແລ້ວ, ຂອບເຂດໜຶ່ງຂອງຄຳສັ່ງຫ້າມດັ່ງກ່າວໄດ້ລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ສິດອະທິປະໄຕ ແລະສິດອຳນາດສານຂອງ ຫວຽດນາມ ທີ່ໄດ້ກຳນົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ສັນຍາແບ່ງກຳນົດເຂດອ່າວພາກເໜືອລະຫວ່າງ ຫວຽດນາມ - ຈີນ ເຊິ່ງລົງນາມໃນປີ 2000.

ຫວຽດນາມ ຮຽກຮ້ອງໃຫ້ ຈີນ ເຄົາລົບ ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ, ສິດອະທິປະໄຕ ແລະ ສິດອຳນາດສານ ສຳລັບບັນດາເຂດທະເລຂອງຕົນ, ເມື່ອຜັນຂະຫຍາຍບັນດາມາດຕະການ, ອະນຸລັກປົກປັກຮັກສາແຫ່ງຊັບພະຍາກອນສິ່ງທີ່ມີຊີວິດຢູ່ເຂດທະເລຕາເວັນອອກ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ.


top