ຂ່າວສານ

ໂຄສະນາພາບພົດຫວຽດນາມໃນງານບຸນເດືອນມໍລະດົກອາຊີ-ປາຊີຟິກ

      ວັນທີ 13/5, ພະນັກງານບັນດາອົງການສຳນັກງານຜູ້ຕາງໜ້າຫວຽດນາມປະຈຳນິວຢອກປະເທດອາເມລິກາ ໄດ້ເຂົ້າຮ່ວມງານບຸນເດືອນມໍລະດົກອາຊີ-ປາຊີຟິກ ຊຶ່ງຖືກຈັດຂຶ້ນຢູ່ມະຫາວິທະຍາໄລ Stony Brook ນິວຢອກ
 
 ຮ້ານວາງສະແດງຂອງຫວຽດນາມໄດ້ຮັບຄວາມສົນໃຈ
      ເຂົ້າຮ່ວມງານບຸນມີ 11 ປະເທດ ແລະ ເຂດແຄ້ວນເຊັ່ນ: ຫວຽດນາມ, ອິນເດຍ, ຈີນ, ຍີປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ໄທ, ຟີລິບປິນ, ເນປານ, ບັງກາລາເທດ ແລະ ປາກິສະຖານ.
    ໃນເຫດການນີ້, ຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ແລະ  ບັນດາອົງການສຳນັກງານຜູ້ຕາງໜ້າຫວຽດນາມປະຈຳນິວຢອກປະເທດອາເມລິກາ ໄດ້ແນະນຳໃຫ້ແຂກຄົນທັງຫຼາຍຮັບຊາບກ່ຽວກັບບັນດາທິວທັດທຳມະຊາດຫວຽດນາມ, ຄວາມງາມຂອງຊຸດເສື້ອຍາວຫວຽດນາມ, ເຄື່ອງສິລະປະຫັດຖະກຳ, ບັນດາລາຍການສະແດງສິລະປະດ້ວຍເຄື່ອງດົນຕີພື້ນເມືອງ….
 (ແຫຼ່ງຄັດຈາກ VOV)

top