ຂ່າວສານ

ໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນໂຮ່ຈີມິນ ຢູ່ ອົດສະຕາລີ

ເຫດການໄດ້ດຶງດູດກ່ວາ 200 ຄົນຈົດທະບຽນເຂົ້າຮ່ວມ - ເຊິ່ງແມ່ນຜູ້ແທນທີ່ມາຈາກບັນດາອົງການ, ຕົວແທນຈຳໜ່າຍ, ບໍລິສັດທ່ອງທ່ຽວ...
  ກ່ຳປັ່ນ ໃນແມ່ນ້ຳ ໄຊ່ງ່ອນ (ພາບ:Hồng Đạt/TTXVN)  

ນະຄອນ ໂຮ່ຈີມິນ ຈະຈັດບັນດາເຫດການໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ຢູ່ ອົດສະຕາລີ. ຕາມແຫຼ່ງຂ່າວຈາກພະແນກການທ່ອງທ່ຽວ ນະຄອນໂຮ່ຈີມິນ ທີ່ປະກາດໃນວັນທີ 10 ພຶດສະພາ, ລາຍການໂດຍພະແນກການທ່ອງທ່ຽວ ນະຄອນ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ແລະ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney ຈັດຕັ້ງ, ເຊິ່ງຈະຈັດຂຶ້ນຢູ່ນະຄອນ Sydney, Mekbourne ແລະ Brisbane, ເປັນເວລາ 1 ອາທິດ, ໃນລະຫວ່າງວັນທີ 12 – 17 ພຶດສະພາ.

ເຫດການໄດ້ດຶງດູດກ່ວາ 200 ຄົນຈົດທະບຽນເຂົ້າຮ່ວມ - ເຊິ່ງແມ່ນຜູ້ແທນທີ່ມາຈາກບັນດາອົງການ, ຕົວແທນຈຳໜ່າຍ, ບໍລິສັດທ່ອງທ່ຽວ ແລະ ຄູ່ຮ່ວມມືມາຈາກບັນດາທ້ອງຖິ່ນຂອງ ອົດສະຕາລີ ພ້ອມກັບກ່ວາ 20 ຄົນມາຈາກບັນດາພະແນກ, ຂະແໜງການ, ບໍລິສັດການບິນ, ວິສາຫະກິດທ່ອງທ່ຽວ ແລະ ໂຮງແຮມແຖວໜ້າ…ຂອງນະຄອນໂຮ່ຈີມິນ, ຫວຽດນາມ. ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ - ນະຄອນໂຮ່ຈີມິນ ມຸ່ງໄປເຖິງເປົ້າໝາຍເພີ່ມທະວີການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ, ແນະນຳ ແລະ ໂຄສະນາຈຸດນັດພົບການທ່ອງທ່ຽວ ຫວຽດນາມ - ນະຄອນ ໂຮ່ຈີມິນ ເຖິງປະຊາຄົມວິສາຫະກິດ ການທ່ອງທ່ຽວ ອົດສະຕາລີ; ພ້ອມທັງສ້າງໂອກາດພົບປະແລກປ່ຽນ, ຍູ້ແຮງການເຊື່ອມຕໍ່ພົວພັນແລກປ່ຽນລະຫວ່າງວິສາຫະກິດການທ່ອງທ່ຽວຂອງສອງປະເທດ. 


top