ປະຕິບັດ ມະຕິສະບັບເລກທີ 72-NQ/TW ລົງວັນທີ 9 ກັນຍາ 2025 ຂອງກົມການເມືອງ ກ່ຽວກັບບາງວິທີການແກ້ໄຂ ແບບ ບຸກທະລຸ, ເພີ່ມທະວີການປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງ ສຸຂະພາບຂອງ ປະຊາຊົນ; ໃນວັນທີ 10 ພຶດສະພາ 2026, ຢູ່ນະຄອນ ຮ່າໂນ້ຍ, ໂຮງໝໍ ຫຼາຍຂະແໜງ ດຶກຢາງ ໄດ້ສົມທົບກັບ ສະມາຄົມ ຜູ້ໃຫ້ການສຶກສາ ພະຍາດເບົາຫວານ ຫວຽດນາມ ແລະ ຕາແສງ ຫວຽດຮຶງ (ຮ່າໂນ້ຍ) ຈັດໂຄງການ ເພື່ອຊຸມຊົນ “ໜຶ່ງພັນບາດກ້າວ - ລ້ານຫົວໃຈແຂງແຮງ”.
ໂຄງການເພື່ອຊຸມຊົນ “ໜຶ່ງພັນບາດກ້າວ - ລ້ານຫົວໃຈແຂງແຮງ” ບໍ່ພຽງແຕ່ແມ່ນກິດຈະກຳກິລາ ທຳມະດາເທົ່ານັ້ນ, ແຕ່ຍັງແມ່ນ ການຮຽກຮ້ອງຢ່າງແຮງ ກ່ຽວກັບການສ້າງແບບແຜນການດຳລົງຊີວິດທີ່ປອດໄສ,
ເປັນເຈົ້າການ ໃນການປ້ອງກັນ ບັນດາພະຍາດ ທີ່ບໍ່ຕິດຕໍ່ ເຊັ່ນ:
ພະຍາດເບົາຫວານ ແລະ ຄວາມດັນເລືອດສູງ. ໃນ ສະພາບການ ທີ່ຈັງຫວະຊີວິດ ທັນສະໄໝທີ່ມີຄວາມຟ້າວຟັ່ງ,
ການ ສະລະ ເວລາ ເພື່ອຍ່າງອອກກຳລັງກາຍ ໃນແຕ່ລະວັນ ແມ່ນຢາທີ່ ລ້ຳຄ່າທີ່ສຸດ
ເພື່ອປົກປ້ອງລະບົບຫົວໃຈ ແລະ ເພີ່ມພູມຕ້ານທານ. ການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ບັນດາຮາກຖານ
ການແພດ ແລະ ອຳນາດການປົກຄອງ ທ້ອງຖິ່ນ ຢູ່ຕາແສງ ຫວຽດຮຶງ ໄດ້ສ້າງສະຖານທີ່ ທີ່ເປັນປະໂຫຍດ,
ຊ່ວຍໃຫ້ ປະຊາຊົນ ໄດ້ເຂົ້າເຖິງ ຄວາມຮູ້ ທາງການແພດທີ່ເລິກເຊິ່ງ ແລະ
ບັນດາການບໍລິການ ກວດສຸຂະພາບ ຂັ້ນພື້ນຖານ ຢູ່ຮາກຖານໂດຍກົງ.ບັນດາຜູ້ແທນ ຍ່າງອອກກຳລັງກາຍ ເພື່ອຕອບສະໜອງ ໂຄງການ “ໜຶ່ງພັນບາດກ້າວ - ລ້ານຫົວໃຈແຂງແຮງ”, ຮ່ວມແຮງຮ່ວມໃຈກັນ ປະຕິບັດ ເພື່ອຊຸມຊົນທີ່ມີ ສຸຂະພາບແຂງແຮງ ກວ່າເກົ່າ.
ພາບ: ມິນກວຽດ - VNA
ບັນດາຜູ້ແທນ ຍ່າງອອກກຳລັງກາຍ ເພື່ອຕອບສະໜອງ ໂຄງການ “ໜຶ່ງພັນບາດກ້າວ - ລ້ານຫົວໃຈແຂງແຮງ”, ຮ່ວມແຮງຮ່ວມໃຈກັນ ປະຕິບັດ ເພື່ອຊຸມຊົນທີ່ມີ ສຸຂະພາບແຂງແຮງ ກວ່າເກົ່າ.

ຜ່ານໂຄງການດັ່ງກ່າວ, ຄະນະຈັດຕັ້ງ ຢາກແຜ່ຂະຫຍາຍ ສານທີ່ ວ່າ: ແຕ່ລະບາດກ້າວ ໃນມື້ນີ້ ແມ່ນດິນຈີ່ແຕ່ລະກ້ອນ ທີ່ສ້າງພື້ນຖານສຸຂະພາບ ທີ່ເຂັ້ມແຂງ ໃຫ້ແກ່ອະນາຄົດ. ຮອຍຍິ້ມ ທີ່ເບີກບານມ່ວນຊື່ນ
ຂອງ ຜູ້ສູງອາຍຸ ເມື່ອໄດ້ຮັບການໃຫ້ຄຳປຶກສາທາງການແພດ ຫຼື ການຕອບສະໜອງຢ່າງກະຕືລືລົ້ນ ຂອງບັນດາ
ຊາວໜຸ່ມ ໃນຂະບວນ ການຍ່າງໄດ້ເປັນການຢັ້ງຢືນເຖິງ ພະລັງ ແຫ່ງການແຜ່ຂະຫຍາຍຢ່າງແຮງ ຂອງ ມະຕິສະບັບເລກທີ
72-NQ/TW ໃນຊີວິດການເປັນຢູ່ ຕົວຈິງ. ນີ້ແມ່ນປັດໄຈ ທີ່ສຳຄັນ
ເພື່ອຂະຫຍາຍ ບັນດາ ຮູບແບບການເບິ່ງແຍງດູແລ ສຸຂະພາບ ຊຸມຊົນ ທີ່ຄ້າຍຄືກັນນີ້
ໄປທົ່ວປະເທດ, ມຸ່ງໄປສູ່ເປົ້າໝາຍສ້າງ ຫວຽດນາມ ໃຫ້ມີສຸຂະພາບແຂງແຮງ,
ເຕັມໄປດ້ວຍ ພະລັງຊີວິດ ແລະ ກຽມພ້ອມສຳລັບບັນດາໂອກາດໃໝ່ໆ.
ໃນໂຄງການດັ່ງກ່າວ, ຜູ້ເຂົ້າຮ່ວມງານ ຈະໄດ້ຮັບການແທກຄວາມດັນເລືອດ, ກວດລະດັບນ້ຳຕານ ໃນເລືອດ... ພາບ: ມິນກວຽດ - VNA