ຂ່າວສານ

ແຫ່ຂະບວນຄັດຄ້ານການໃຊ້ຄວາມຮຸນແຮງເລັ່ງໃສ່ຊາວເຊື້ອຊາດ ອາຊີ ຢູ່ ອາເມລິກາ

      ຂໍ້ລິ້ເລີ່ມ ໄດ້ສົ່ງເສີມ ບັນດາຜູ້ເຂົ້າຮ່ວມ ນຳໃຊ້ hashtag “StopAsianHate” (ຢຸດຕິ ການກຽດແຄ້ນກັບຊາວອາຊີ) ໃນບັນດາພາຫະນະສື່ສັງຄົມອອນລາຍ ເພື່ອແນໃສ່ຍົກສູງຈິດໃຈ ແລະ ສະຕິຄວາມຮັບຮູ້ຂອງບັນດາຄົນຕິດຕາມ ກ່ຽວກັບລັດທິຕ້ານການຈຳແຍກເຊື້ອຊາດຜິວພັນ ສຳລັບຊາວອາຊີ.
 
ເຂົ້າຮ່ວມການແຫ່ຂະບວນຄັດຄ້ານການໃຊ້ຄວາມຮຸນແຮງເລັ່ງໃສ່ຊາວເຊື້ອຊາດ ອາຊີ ຢູ່ ອາເມລິກາ (ພາບ: TTXVN)      
      ວັນທີ 27 ມີນາ, ມີນັບຫຼາຍຮ້ອຍຄົນໄດ້ແຫ່ຂະບວນຢູ່ບໍລິເວນ Queens ຂອງນະຄອນ ນິວຢອກ (ອາເມລິກາ) ເພື່ອຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງທີ່ເລັ່ງໃສ່ຊາວເຊື້ອຊາດ ອາຊີ. ບັນດາເຫດແຫ່ຂະບວນທີ່ຄ້າຍຄືກັນກໍ່ໄດ້ດຳເນີນຢູ່ປະມານ 60 ນະຄອນ ຢູ່ ອາເມລິກາ, ລວມມີ San Francisco, Los Angeles, Chicago, Detroit ແລະ Portland. ນີ້ແມ່ນສ່ວນໜຶ່ງຂອງຂໍ້ລິ້ເລີ່ມ “ວັນເຊື່ອມຈອດ ແລະ ການກະທຳແຫ່ງຊາດ” ພາຍຫຼັງບັນດາເຫດຍິງປຶນ ຢູ່ນະຄອນ Atlanta, ລັດ Georgia.
            ຂໍ້ລິ້ເລີ່ມໄດ້ສົ່ງເສີມບັນດາຜູ້ເຂົ້າຮ່ວມນຳໃຊ້ hashtag“StopAsianHate” (ຢຸດຕິການກຽດແຄ້ນກັບຊາວອາຊີ) ໃນບັນດາພາຫະນະສື່ສັງຄົມອອນລາຍ ເພື່ອແນໃສ່ຍົກສູງຈິດໃຈ ແລະ ສະຕິຄວາມຮັບຮູ້ຂອງບັນດາຄົນຕິດຕາມ ກ່ຽວກັບລັດທິຕ້ານການຈຳແຍກເຊື້ອຊາດຜິວພັນ ສຳລັບຊາວອາຊີ.
 (ແຫຼ່ງຄັດຈາກ VOV)

top