ຂ່າວສານ

ແລ​ວພັດ​ທະ​ນາ​ເຊື່ອມ​ຈອດ ຈີນ - ລາວ - ໄທ

ເນື້ອໃນພົ້ນເດັ່ນຂອງຖະແຫຼງການຮ່ວມ ແມ່ນໃຫ້ຄຳໝັ້ນສັນຍາພັດທະນາເສັ້ນທາງລົດໄຟ ຈີນ - ລາວ ມີຄຸນນະພາບສູງ, ມານະພະຍາຍາມຜັນຂະຫຍາຍກົນໄກຄວບຄຸມຊາຍແດນ “ຂະໜານກັນ” ແລະ ຊຸກຍູ້ການເຊື່ອມຈອດດ້ວຍລະບົບເສັ້ນທາງລົດໄຟ ໄທ, ເພື່ອແນໃສ່ປະຕິບັດຂໍ້ລິເລີ່ມ ແລວພັດທະນາເຊື່ອມຈອດ 3 ປະເທດ ໃຫ້ປະກົດຜົນເປັນຈິງໂດຍໄວ.
ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ແລະ ຄູ່ຕຳແໜ່ງ ລາວ, ທ່ານ ສອນໄຊ ສີພັນດອນ (ພາບ: TTXVN)

ໃນໂອກາດຢ້ຽມຢາມ ລາວ ຢ່າງເປັນທາງການແຕ່ວັນທີ 11 – 12 ຕຸລາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ແລະ ຄູ່ຕຳແໜ່ງ ລາວ, ທ່ານ ສອນໄຊ ສີພັນດອນ ໄດ້ລົງນາມໃນຖະແຫຼງການຮ່ວມ ເພື່ອແນໃສ່ຍົກລະດັບການຮ່ວມມືສອງຝ່າຍ, ດ້ວຍຈຸດສຸມແມ່ນພັດທະນາ “ແລວເຊື່ອມຈອດ” ລະຫວ່າງສອງປະເທດ ແລະ ໄທ.

ເນື້ອໃນພົ້ນເດັ່ນຂອງຖະແຫຼງການຮ່ວມ ແມ່ນໃຫ້ຄຳໝັ້ນສັນຍາພັດທະນາເສັ້ນທາງລົດໄຟ ຈີນ - ລາວ ມີຄຸນນະພາບສູງ, ມານະພະຍາຍາມຜັນຂະຫຍາຍກົນໄກຄວບຄຸມຊາຍແດນ “ຂະໜານກັນ” ແລະ ຊຸກຍູ້ການເຊື່ອມຈອດດ້ວຍລະບົບເສັ້ນທາງລົດໄຟ ໄທ, ເພື່ອແນໃສ່ປະຕິບັດຂໍ້ລິເລີ່ມ ແລວພັດທະນາເຊື່ອມຈອດ 3 ປະເທດ ໃຫ້ປະກົດຜົນເປັນຈິງໂດຍໄວ.

ຖະແຫຼງການຮ່ວມໄດ້ສ້າງຂີດໝາຍບາດກ້າວເດີນສຳຄັນໃນຍຸດທະສາດເຊື່ອມຈອດພາກພື້ນຂອງ ຈີນ, ພ້ອມທັງເປີດແງ່ຫວັງພັດທະນາໃໝ່ໃຫ້ແກ່ ລາວ ປະເທດທີ່ພວມມານະພະຍາຍາມກາຍເປັນສູນແລກປ່ຽນການຄ້າຂອງອາຊີຕາເວັນອອກສ່ຽງໃຕ້.


top