ຂ່າວສານ

ແລກປ່ຽນປະສົບການກ່ຽວກັບວຽກງານລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ

      ວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ  ເປັນປະທານຮ່ວມກອງປະຊຸມສຳມະນາແລກປ່ຽນປະສົບການກ່ຽວກັບວຽກງານລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດລາວ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວາ ໃນອາຍຸການຜ່ານມາ, ສະພາແຫ່ງຊາດສອງປະເທດໄດ້ຈັດກອງປະຊຸມສຳມະນາສະເພາະກິດ 8 ຄັ້ງ ໃນນັ້ນມີ 4 ຄັ້ງໂດຍປະທານສະພາແຫ່ງຊາດ ສອງປະເທດ ເປັນປະທານຮ່ວມ
      ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ບັນດາຄະນະກຳມະທິການກໍ່ຄືອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຈະສືບຕໍ່ພົບປະກັນ, ແລກປ່ຽນ ປະສົບການເພື່ອໃຫ້ສະພາແຫ່ງຊາດລາວ ຍົກສູງ ຄຸນນະພາບການເຄື່ອນໄຫວໃນ  ວຽກງານນິຕິກຳ, ຕິດຕາມກວດກາ ກ່ວາອີກ ແລະ ຕັດສິນບັນດາບັນຫາສຳຄັນຕ່າງໆ.
      ທີ່ກອງປະຊຸມສຳມະນາ, ບັນດາສະມາຊິກຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນຄື: ກົນໄກຮັບ ບັນດາຄວາມຮ້ອງທຸກຮ້ອງຟ້ອງຂອງປະຊາຊົນ.
(ແຫຼ່ງຄັດຈາກ VOV)



top