ອາຊີບ ຫວຽດ

ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ

 ມີໝູ່ບ້ານແຫ່ງໜຶ່ງຕັ້ງຢູ່ຕີນພູ ໄຕກົນລີ້ງ (ຈອມພູສູງກວ່າໝູ່ຢູ່ເຂດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ) ໄດ້ດຶງດູດແຂກທ່ອງທ່ຽມມາຢ້ຽມຢາມຕາມແຕ່ລະວັນ. ເຖິງວ່າບໍ່ມີບັນດາເຮືອນເກົ່າແກ່ຂອງເຂດພູສູງ, ບໍ່ມີທິວທັດທຳມະຊາດພິເສດຕະຫຼອດປີຄື: ດອກຄາຍ, ດອກໝາກສາລີ້, ດອກຜັກກາດ, ດອກບັກວິດເບັ່ງບານອວດອ້າງສີສັນກໍ່ຕາມ ແຕ່ໝູ່ບ້ານແຫ່ງນີ້ພັດແມ່ນໜຶ່ງໃນບັນດາຈຸດນັດພົບຂອງ Ha Giang Loop (ເສັ້ນທາງຂຸດຄົ້ນ ຮ່າຢາງ ທີ່ມີຊື່ສຽງ). ນັ້ນແມ່ນໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ, ຕາແສງ ລຸ່ງຕາມ, ແຂວງ ຕວຽນກວາງ ແຫ່ງທີ່ແມ່ຍິງຊາວເຜົ່າມົ້ງ ໄດ້ແນະນຳອາຊີບພື້ນເມືອງອອກສູ່ໂລກ.
ແມ່ເຖົ້າ ຊຸ່ງທິເກີ ອາຍຸ 96 ປີ (ພາບ: ຮ່ວຽນຈາງ)

 ປ້າ ວ່າງທິມາຍ, ອາຍຸ 60 ປາຍປີ, ເປັນໜຶ່ງໃນຈຳນວນແມ່ຍິງ 50 ຄົນທີ່ມີຜົນສະທ້ອນກວ່າໝູ່ຢູ່ ຫວຽດນາມ ໂດຍວາລະສານ Forbes ຫວຽດນາມ ຄັດເລືອກເມື່ອປີ 2017 ຊື່ງເປັນຜູ້ໄດ້ຟື້ນຟູ ແລະ ນຳອາຊີບຕ່ຳຫູກພື້ນເມືອງທີ່ເກືອບຈະຖືກສູນເສຍໄປນັ້ນ ແນະນຳອອກສູ່ໂລກ. ປ້າ ວ່າງທິມາຍ ແບ່ງປັນວ່າ:    

(ພາບ: ຮ່ວຽນຈາງ)

ແພປໍປ່ານຂອງຊາວເຜົ່າມົ້ງແມ່ນຈິດວິນຍານຂອງຊາວເຜົ່າມົ້ງ, ນັ້ນແມ່ນມູນເຊື້ອໃນເມື່ອກ່ອນ. ປະຈຸບັນ, ພວກຂ້າພະເຈົ້າໄດ້ຮັກສາ, ອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳໄປສູ່ເພື່ອມິດສາກົນ. ນັບແຕ່ປີ 2008, ແພປໍປ່ານຂອງພວກຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມງານຕະຫຼາດນັດຢູ່ ລຸກຊຳບວກ, ອາເມລິກາ, ເຢຍລະມັນ, ຝະລັ່ງ, ລັດເຊຍ ແລ້ວ. ປີ 2010, ຢູ່ງານຕະຫຼາດນັດ ປາຣີ ປະເທດ ຝະລັ່ງ, ເຂົາເຈົ້າໄດ້ເຊີນກຸ່ມໜຶ່ງຢູ່ນີ້ໄປເຂົ້າຮ່ວມ. ໝູ່ບ້ານອາຊີບນີ້ໄດ້ຕາງໜ້າໃຫ້ແກ່ 54 ຊົນເຜົ່າຢູ່ ຫວຽດນາມ ເຂົ້າຮ່ວມການອະນຸລັກຮັກສາຢູ່ອົງການ ສປຊ ແຕ່ປີ 2015 ຮອດປີ 2017. ປີ 2017 ແມ່ນປີພິເສດທີ່ສຸດ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າໝູ່ບ້ານອາຊີບ 160 ແຫ່ງ ຈັດຂຶ້ນຢູ່ ອາເມລິກາ ແລະ ເຂົາເຈົ້າໄດ້ມອບຂັນຄຳໃຫ້ແກ່ ຫວຽດນາມ.

ແພປໍປ່ານຂອງ ລຸ່ງຕາມ ໄດ້ສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກຄື: ອາເມລິກາ, ການາດາ, ຝະລັ່ງ, ສະວິດ, ອີຕາລີ… ສ່ວນຢູ່ບ້ານເກີດເມືອງນອນຂອງຕົນ, ແມ່ຍິງຊາວເຜົ່າມົ້ງ ໄດ້ຮັກສາອາຊີບທີ່ເປັນມູນເຊື້ອ ກໍ່ຄືຍັງຮູ້ວິທີໂຄສະນາ, ອັນໄດ້ສ້າງໃຫ້ມີພາບພົດທີ່ມີຊີວິດຊີວາກ່ຽວກັບໝູ່ບ້ານອາຊີບທີ່ມີໜ້ອຍແຫ່ງຈະສາມາດເຮັດໄດ້.    

ແຕ່ດົນນານມາແລ້ວ, ແມ່ເຖົ້າ ຊຸ່ງທິເກີ ອາຍຸ 96 ປີ ແມ່ນຮູບພາບທີ່ສ້າງຄວາມປະທັບໃຈຕໍ່ແຂກແຕ່ລະຄົນເມື່ອມາຢ້ຽມຢາມໝູ່ບ້ານ ລຸ່ງຕາມ. ແມ່ເຖົ້າເປັນຜູ້ກຳໄດ້ຈຸດຍອດຍິ່ງຂອງອາຊີບຕ່ຳປໍປ່ານພື້ນເມືອງ, ພິເສດແມ່ນສິລະປະແຕ້ມດ້ວຍຂີ້ເຜີ້ງ ແລະ ກໍ່ເປັນຜູ້ຖ່າຍທອດປະສົບການອັນລ້ຳຄ່ານີ້ໃຫ້ແກ່ຊາວບ້ານ. ແມ່ເຖົ້າ ຊຸ່ງທິເກີ ໃຫ້ຮູ້ວ່າ:    

ແຕ່ອາຍຸ 13 ປີກໍ່ໄດ້ຮຽນຕ່ຳປໍປ່ານນຳແມ່ແລ້ວ ແລະ ໄດ້ເຮັດຈົນມາຮອດປະຈຸບັນ. ຂ້າພະເຈົ້າມັກແພປໍປ່ານຂອງໝູ່ບ້ານທີ່ສຸດ. ເອົາແພສີຂາວມາແຕ້ມໃບໄມ້, ດອກໄມ້, ຢາກເຮັດຄືແນວໃດກໍ່ເຮັດເລີຍ. ແຕ່ລະວັນເຮັດໄດ້ 3 ແຜ່ນເທົ່ານັ້ນ, ເຮັດແລ້ວກໍ່ເອົາໄປຍ້ອມສີຄາມ, ແລ້ວເອົາໄປຕົ້ມ, ໃຜຢາກຊື້ກໍ່ຕັດໃຫ້ເຂົາເຈົ້າ, ແຕ່ລະຕອນຂາຍໄດ້ປະມານ 11 ໂດລາສະຫະລັດ.

(ພາບ: ຮ່ວຽນຈາງ)

 ໃນທຸກວັນນີ້, ຢູ່ທົ່ວໝູ່ບ້ານ ລຸ່ງຕາມ ແມ່ນສຽງເຂັັນສຽງປັ່ນ, ຕ່ຳຫູກຢ່າງຟົດຟື້ນ. ເພື່ອຕ່ຳເປັນຜະລິດຕະພັນແພປໍປ່ານໄດ້ ຕ້ອງຜ່ານກວ່າ 40 ຂັ້ນຕອນ. ປ້າ ມົ່ວທິມິ ໃຫ້ຮູ້ວ່າ:    

 ເຮືອນຂ້າພະເຈົ້າໄດ້ປູກຕົ້ນປໍປ່ານ, ຕອນກວ້າງທີ່ສຸດແມ່ນມີເນື້ອທີ່ 1000 ແມັດ. ຊີວິດຂອງຂ້າພະເຈົ້າກໍ່ດີຂຶ້ນແຕ່ກໍ່ບໍ່ມີລາຍຮັບຫຼາຍປານໃດ ແຕ່ແນ່ນອນວ່າຕ້ອງຮັກສາອາຊີບພື້ນເມືອງຂອງຊາວເຜົ່າໄວ້ໃຫ້ໄດ້. ມີພຽງແຕ່ຊາວເຜົ່າມົ້ງ ຈິ່ງຕ່ຳປໍປ່ານແບບນີ້.

(ພາບ: ຮ່ວຽນຈາງ)

  ແມ່ຍິງຊາວເຜົ່າມົ້ງທັງປະຕິບັດບັນດາຂັ້ນຕອນຕົ້ນຕໍ ນັບແຕ່ການແຍກໄໝ, ຕ່ຳປໍປ່ານ, ຍ້ອມສີຄາມ ຕະຫຼອດຮອດການແຕ້ມ ແລະ ຖັກແສ່ວ… ທັງແນະນຳກ່ຽວກັບຈຸດພິເສດສະເພາະຂອງອາຊີບຕ່ຳປໍປ່ານນີ້ໃຫ້ແຂກທ່ອງທ່ຽວ. ປ້າ ຊຸ່ງທິມິ ໃຫ້ຮູ້ວ່າ:    

ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ພວກຂ້າພະເຈົ້າໄດ້ເຮັດມາແຕ່ດົນນານແລ້ວ, ເຂົາເຈົ້າຈະນຸ່ງແຕ່ແພປໍປ່ານນີ້ເທົ່ານັ້ນ. ເມື່ອເສຍຊີວິດກໍ່ຕ້ອງໃຫ້ນຸ່ງສົ້ງເສື້ອປໍປ່ານ. ເຮົາມັກແນວໃດກໍ່ຈະແຕ້ມຮູບຄືແນວນັ້ນ. ເມື່ອກ່ອນ, ລຸ້ນພໍ່ລຸ້ນອ້າຍໄດ້ສອນໃຫ້ເຮົາຄືແນວໃດ ເຮົາກໍ່ຈະເຮັດຕາມ. ລາຍຮັບກໍ່ດີຢູ່.

ແຂກທ່ອງທ່ຽວມາຢ້ຽມຢາມ ລຸ່ງຕາມ (ພາບ: ຮ່ວຽນຈາງ)

ໃນຂະນະທີ່ຢູ່ຫຼາຍແຫ່ງ, ອາຊີບຕ່ຳປໍປ່ານເກືອບຄືວ່າຖືກສູນຫາຍໄປແລ້ວ ແຕ່ຢູ່ໝູ່ບ້ານ ລຸ່ງຕາມ ຍັງຄົງໄດ້ພັດທະນາ ແລະ ກາຍເປັນແຫ່ງເພື່ອຊອກຮູ້ຈຸດທີ່ເປັນມູນເຊື້ອພິເສດສະເພາະຂອງຊາວເຜົ່າມົ້ງ. ຈາກເສັ້ນປໍປ່ານນ້ອຍໆແຕ່ລະເສັ້ນ, ແມ່ຍິງຊາວເຜົ່າມົ້ງ ໄດ້ສ້າງເລື່ອງລາວສະເພາະຂອງໝູ່ບ້ານອາຊີບຕົນ ແລະ ຂອງເຜົ່າຕົນ ເພື່ອແນະນຳອອກສູ່ໂລກ./.


top