ແຟຊັ່ນ

“ແມ່ມົດ” ເຄື່ອງປະດັບ ແຟຊັ່ນ ຫວຽດນາມ

ທ່ານ ເຈິ່ນກວກຢຸງ ກັບບັນດາຜະລິດຕະພັນ ເຄື່ອງປະດັບ ແຟຊັ່ນ ແມ່ນການເລືອກ ຂອງບັນດານັກສິລະປິນ ເຊັ່ນ: ນາງງາມ ຖຸຍ ຕ໋ຽນ, ແຄ໋ງເວິນ, H’Hen Niê, ເຟືອງແຄ໋ງ, ນາງງາມ ໂດ໋ເຍີດຮ່າ (ແປງເພດ), ຊຸບເປີໂມເດວ ຫວໍຮວ່າງອ໋ຽນ, ຫວູທູເຟືອງ, ລານເຄວ, ຮວ່າງຖຸ່ຍ, ຮວ່າຍຊາ, ນັກສະແດງ ຫຼີຫຍ໊າກີ່, ນັກຮ້ອງ ຮວ່າງຖຸ່ຍລິງ, ຈີປູ...

ພາບຊີວິດ​ ຂອງ​ ຜູ້​ປະດິດເຄື່ອງ​ປະ​ດັບ ແຟ​ຊັ່ນ ເຈິ່ນກວັກຢຸງ
. ພາບ: ທົງຫາຍ/VNP

ທ່ານ ເຈິ່ນກວັກຢຸງ, ເກີດ​ປີ 1998, ມີ​ຄວາມຫຼົງໄຫຼກັບ ​ແຟ​ຊັ່ນ ​ນັບ​ແຕ່​ຕອນເດັກ​ ແລະ ​ມີ​ຄວາມ​ໄຝ່​ຝັນ ​ຢາກ​ເປັນ​ນັກ​ອອກ​ແບບ​ເຄື່ອງ ​ແຟ​ຊັ່ນ ແລະ ​ເຄື່ອງ​ປະ​ດັບ. ການສ້າງອຸປະກອນ ຫຼື ການອອກແບບ ແຟຊັ່ນ ແມ່ນຄວາມສຸກທີ່ບໍ່ສິ້ນສຸດ ຂອງ ເຈິ່ນກວັກຢຸງ, ດ້ວຍເຫດນັ້ນ, ແຕ່ລະມື້ ເພິ່ນໄດ້ໃຊ້ເວລາຫຼາຍໃນການຄົ້ນຄວ້າ ແລະ ອອກແບບຜະລິດຕະພັນໃໝ່ ເຊັ່ນ: ຕຸ້ມຫູ, ກະເປົາ, ເຂັມຂັດ, ປັກປິ່ນເກົ້າ ແລະ ອື່ນໆ.

ເລີ່ມແຕ່ອາຍຸ 12 ປີ, ເຈິ່ນກວັກຢຸງ ໄດ້ເຮັດວຽກຢ່າງຕັ້ງໃຈ ເພື່ອແຕ້ມ, ສຶກສາວາລະສານ, ປຶ້ມຫຼາຍປະເພດ. ເມື່ອ​ອາ​ຍຸ 18 ປີ, ຢຸງ ໄດ້​ເລືອກເສັງເຂົ້າ​ຂະແໜງ ​ແຟ​ຊັ່ນ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ ສະ​ຖາ​ປັດ​ຕະ​ຍະ​ກຳ ເພື່ອ​ຕາມຄວາມ​ໄຝ່​ຝັນ​ດັ່ງ​ກ່າວ. ທ່ານ ເຈິ່ນກວັກຢຸງ ​ໃຫ້​ຮູ້​ວ່າ: “ໂອກາດໄດ້​ມາ​ເຖິງ​ຂ້າພະ​ເຈົ້າ​ ໃນ​ທ້າຍປີ​ທີ 3 ທີ່ຮຽນຢູ່ມະຫາວິທະຍາໄລ, ​ເມື່ອ​ຂ້າພະ​ເຈົ້າ​ພວມຄົ້ນ​ຄວ້າເພື່ອຂຽນບົດຈົບຊັ້ນ​, ຂ້າພະ​ເຈົ້າ​ ໂຊກ​ດີທີ່​ໄດ້​ນັກ​ອອກ​ແບບ ວັນແທ່ງກົງ ​ສະເໜີໃຫ້ເຮັດເຄື່ອງ ແຟຊັ່ນ ໃຫ້​ຊຸດ​ອາພອນ ​ປະຈຳ​ຊາດ ຂອງ​ ນາງງາມ ຮວ່າຍຊາ ໃນງານປະກວດ Miss International Queen 2020. ຂ້າພະເຈົ້າໄດ້ນຳໃຊ້ອຸປະກອນທີ່ກຳລັງຄົ້ນຄວ້າ, ແມ່ນຜ້າ ໂຍຄະ ທີ່ນຳມາໃຊ້ໃໝ່, ໄດ້ແກະສະຫຼັກດ້ວຍມື ແລະ ປະດັບດ້ວຍຄຳ, ເພື່ອສ້າງເປັນເຄື່ອງ ແຟຊັ່ນ ທີ່ເພີ່ມຄວາມງາມ ໃຫ້ແກ່ຊຸດ ອາພອນປະຈຳຊາດຂອງ ຮວ່າຍຊາ. ນັ້ນແມ່ນເວລາທີ່ຂ້າພະເຈົ້າເລີ່ມ “ມີພອນສະຫວັນ” ກັບການອອກແບບເຄື່ອງປະດັບ ແລະ ອຸປະກອນຕ່າງໆ ແລະ ຖືວ່າ ເປັນວຽກງານທີ່ເປັນທາງການຂອງຂ້າພະເຈົ້າເອງ”.

 

ເຈິ່ນກວັກຢຸງ ໄດ້ເປີດຕົວຊຸດສະສົມອຸປະກອນເສີມ ກ່ຽວກັບປັກປິ່ນເກົ້າ ແລະ ຕຸ້ມຫູ ຫຼາຍຊຸດ, ຮ່ວມກັບບັນດານັກອອກແບບ ຂອງ ວົງການນາງແບບ ໃນຫຼາຍຊຸດສະສົມພິເສດ. ທ່ານ ເຈິ່ນກວັກຢຸງ ​ກ່າວ​ວ່າ: “ການ​ອອກ​ແບບ​ເຄື່ອງ​ປະດັບ ​ແລະ ​ອຸປະກອນຕ່າງໆ ​ແມ່ນ​ວຽກ​ງານ​ສຸດທີ່​ຫຍຸ້ງຍາກ ​ແລະ ລຳບາກ. ຂັ້ນຕອນການເຮັດນີ້ ຂ້ອນຂ້າງຊັບຊ້ອນ, ນັບແຕ່ການແຕ້ມໃສ່ກະດາດ ໄປຈົນເຖິງ ການສ້າງ file ການຜະລິດ 3D.

ການທົດສອບ ກ່ອນທີ່ຈະສະແດງໃຫ້ເຫັນຜະລິດຕະພັນ. ພາບ: ທົງຫາຍ/VNP

ກວດເບິ່ງຄວາມສອດຄ່ອງຂອງເຄື່ອງ ແຟຊັ່ນ ແລະ ເຄື່ອງປະດັບ. ພາບ: ທົງຫາຍ/VNP


ປັດຈຸ​ບັນ, ພາຍຫຼັງ 2 ປີ​ທີ່ ​ເຈິ່ນ​ກວັກ​ຢຸງ ​​ເປັນ “​ແມ່​ມົດ​” ​ເຄື່ອງປະ ດັບ ແຟຊັ່ນ ໃຫ້​ບັນດາ​ນາງ​ແບບ ​ແລະ ​ນາງ​ງາມ, ເພິ່ນໄດ້​ສ້າງ​ເຄື່ອງ​ປະດັບ ແຟຊັ່ນ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ແຕກ​ຕ່າງ​ກັນ​ເກືອບ 500 ຢ່າງ, ຊ່ວຍ​ໃຫ້​ຄວາມງາມ​ຂອງ​ ຫວຽດນາມ ​ແຜ່ກະຈ່າຍອອກໄປ​ທົ່ວ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ເຄື່ອງປະດັບ ແຟຊັ່ນ ບາງອັນ ອອກແບບໂດຍ ເຈິ່ນກວັກຢຸງ. ພາບ: ທົງຫາຍ/
VNP

ປະຕິບັດ: VNP/ທົງຫາຍ - ແປໂດຍ: ຢືຟຽນ


top