ວັດທະນະທຳ

ແມ່ນ້ໍາ ໄຊງ່ອນ “ເລົ່າເລື່ອງ”

ບັນດາການ​ເຄື່ອນ​ໄຫວ ​ວັດ​ທະ​ນະ​ທຳ, ກິລາ, ສະແດງສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ ສະ​ເພາະ​ ແລະ​ ປະ​ທັບ​ໃຈ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ເຂດ​ແມ່​ນ້ຳ ໄຊງ່ອນ... ຢູ່ໃນຂອບເຂດ ຂອງ ງານບຸນ ແມ່ນໍ້າ ນະຄອນ​ ໂຮ່ຈິີມິນ ​ຄັ້ງ​ທຳ​ອິດ ​​ປີ 2023 ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ຍິ່ງ ໃຫ້ແກ່​ຊາວ​ນະຄອນ ​ແລະ ນັກ​ທ່ອງ​ທ່ຽວ ​ທັງ​ຢູ່​ໃກ້ ​ແລະ ​ໄກ.
ແມ່​ນ້ຳ ​ໄຊ​ງ່ອນ ​ໄດ້​ກາຍ​ເປັນ​ການ​ແຫ່​ຂະ​ບວນ​ເຮືອ​ຫຼາຍ​ປະ​ເພດ​ໃນ​ການ​ສະ​ແດງ​ຄັ້ງ​ທຳ​ອິດ​ຂອງ​ງານ​ບຸນ​ແມ່​ນ້ຳ​ນະຄອນ ໂຮ່ຈີມິນ ໃນປີ 2023. ພາບ: ຫງວຽນລວນ/VNP

ບັນດາການ​ເຄື່ອນ​ໄຫວ ​ວັດ​ທະ​ນະ​ທຳ, ກິລາ, ສະແດງສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ ສະ​ເພາະ​ ແລະ​ ປະ​ທັບ​ໃຈ​ຫຼາຍ​ຢ່າງ ​ໄດ້​ດຳ​ເນີນ​ຢູ່​ເຂດ​ແມ່​ນ້ຳ ໄຊງ່ອນ... ຢູ່ໃນຂອບເຂດ ຂອງ ງານບຸນ ແມ່ນໍ້າ ນະຄອນ​ ໂຮ່ຈິີມິນ ​ຄັ້ງ​ທຳ​ອິດ ​​ປີ 2023 ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ຍິ່ງ ໃຫ້ແກ່​ຊາວ​ນະຄອນ ​ແລະ ນັກ​ທ່ອງ​ທ່ຽວ ​ທັງ​ຢູ່​ໃກ້ ​ແລະ ​ໄກ.


ມາ​ຍັງງານ​ບຸນ, ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ ​ສາ​ມາດ​ສຳ​ຜັດ​ກັບ​ບັນ​ດາ​ລາຍການທ່ອງ​ທ່ຽວ​ທາງ​ນ້ຳ, ສຳ​ຜັດ​ກັບ​ບັນຍາກາດ ຢູ່​ທ່າ​ກຳປັ່ນ ແລະ ເທິງເຮືອທ່ອງທ່ຽວ ທີ່​​ຄອງ ​ຢ່ຽວລົກ (ເມືອງ 1), ທ່າ​ກຳ​ປັ່ນ ບິ່ງ​ດົງ (ເມືອງ 8) ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ດຶງ​ດູດໃຈ, ສະທ້ອນໃຫ້ເຫັນແບບແຜນ​ວິ​ຖີ​ຊີ​ວິດ ຂອງ ຊາວ​ເມືອງ ໄຊ​ງ່ອນ - ​ເຈີ້ເລີນ - ​ຢາດິ້ງ - ​ນະຄອນໂຮ່ຈີ​ມິນຕະຫຼອດ ຊ່ວງເວລາ ຜ່ານມາ​ ​ແລະ ຊື້​ຜະລິດ​ຕະພັນ​ກະ​ເສດ, ​ລາຍການ​ອາຫານ​ພິ​ເສດ ​ຂອງ​ບັນດາ ທ້ອງ​ຖິ່ນ. ຊາວ​ເມືອງ ​ແລະ ນັກ​ທ່ອງ​ທ່ຽວ ​ຍັງ​ສາມາດ​ ຊົມ​ບັນຍາກາດ​ທີ່​ຟົດຟື້ນ​ຂອງ​ການ​ແຂ່ງ ຂັນ​ກິລາ​ທາງ​ນ້ຳ, ​ສິລະ​ປະ​ວັດທະນະທຳ, ການຫຼິ້ນ​ພື້ນ​ເມືອງ ​ຢູ່ສວນສາທາລະນະ ​ທ່າ​ກຳ​ປັ່ນ ແບັກດັ່ງ ​ແລະ ສວນສາທາລະ ນະ ລາມເຊີນ (​ເມືອງ 1).



ເທິງແມ່ນໍ້າ ໄຊງ່ອນ ໃນ​ໂອກາດ​ນີ້, ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ ແຂ່ງຂັນກິລາ ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ຢ່າງ ​ເຊັ່ນ: ການ​ແຂ່ງ​ຂັນພາ ລາມໍເຕີ, ຫຼິ້ນສະກີນໍ້າ - Flyboard, ການ​ແຂ່ງ​ຂັນ​ເຮືອ​ ກາ​ໂນ ​ແລະ ​ການ​ແຂ່ງ​ຂັນ​ເຮືອ SUP, ການ​ສະ​ແດງ​ແສງ​ສະ​ຫວ່າງຢູ່ ເຂດ ຫຼິ້ນ ພາລາມໍເຕີ, ການ​ແຂ່ງ​ຂັນ​ເຮືອ​ພື້ນ​ເມືອງ​ຈາກນັກ​ກິ​ລາ​ ອາ​ຊີບ, ຂະ​ບວນ​ແຫ່​ເທິງແມ່​ນ້ຳ, ຍິງບັ້ງ​ໄຟ​ດອກ, ເວທີສະ ແດງ ​ຕຸກ​ກະ​ຕາ​ນ້ຳ, ການ​ສົ່ງ​ເສີມ​ສິ​ລະ​ປະ ​ພື້ນ​ເມືອງ...

ນອກຈາກນັ້ນ, ໃນ​​ງານບຸນ​ ຍັງໄດ້ຈັດ ການ​ແຂ່ງ​ຂັນ​ເຮືອ ​ປະ​ເພ ນີ​ ນະຄອນ ​ໂຮ່ຈີ​ມິນ ເປີດກວ້າງ ​ປີ 2023 ​ເພື່ອ​ຕອບ​ສະໜອງ ​ຂະ​ບວນການ “ທົ່ວປວງຊົນ​ ອອກ​ກຳລັງ​ກາຍ​ຕາມ​ແບບ​ຢ່າງ ​ລຸງ​ໂຮ່” ​ໄລຍະ 2021-2030 ​ເຊິ່ງ​ດຶງ​ດູດ​ນັກ​ກິລາ​ປະມານ 640 ຄົນ​ທີ່​ມາ​ຈາກ 25 ຫົວໜ່ວຍ, ພິ​ເສດ​ແມ່ນ​ມີ​ບັນດາ​ຫົວ ໜ່ວຍ​ຢູ່​ບັນດາ​ທ້ອງ​ຖິ່ນ​ຫ່າງ​ໄກ​ ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄື: ກວາງ​ບິ່ງ, ຮ່າ​ໂນ້ຍ... ​ເຮັດ​ໃຫ້ບັນຍາກາດຢູ່ແມ່​ນ້ຳ​ ໄຊ​ງ່ອນ ​ທ່ີ ສະ ຫງົບນິ້ງ ໄດ້ຄຶກ​ຄື້ນ, ມ່ວນ​ຊື່ນ ຂຶ້ນມາທັນທີ.



ຈຸດ​ເດັ່ນ​ພິ​ເສດ ​ຂອງ​ ງານ​ບຸນ​ແມ່ນ​ລາຍ​ການສະແດງ​ສິ​ລະ​ປະ “ແມ່​ນ້ຳ​ເລົ່າ​ເລື່ອງ” - ສະທ້ອນໃຫ້ເຫັນ​ປະ​ຫວັດ​ສາດ ​ອັນຍາວ ນານ ຂອງໄຊ​ງ່ອນ-ເຈີ້ເລີນ-ຢາ​ດິ້ງ-ນະ​ຄອນ ໂຮ່ຈີມິນ ຜ່ານ ການເວລາ 300 ກວ່າ​ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ ດ້ວຍ​ບັນດາ​ຮູບ​ແບບ​ສິລະ​ປະ ແຕ່​ພື້ນ​ເມືອງ ​ເຖິງຍຸກປັດຈຸ​ບັນ, ນັບ​ແຕ່​ດົນຕີ ຮູບເງົາ, ລະຄອນລຳ ​ເຖິງ​ເຕັກ​ໂນ​ໂລ​ຊີ ​ແສງ​ສະ​ຫວ່າງ ​ພ້ອມກັບເຕັກ​ໂນ​ໂລ​ຢີ 3D ທີ່​ທັນ​ສະ​ໄໝ. ງານບຸນແມ່ ນໍ້າ ຄັ້ງນີ້ ດ້ວຍ​ຄວາມ​ປາ​ຖະໜາ​ ຢາກ​ປະກອບສ່ວນ​ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຂຶ້ນ ​ແລະ ຂຸດ​ຄົ້ນ​ບັນດາ​ຄຸນຄ່າ​ ດ້ານ​ເສດຖະກິດ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຂອງ ​ແມ່​ນ້ຳ ໄຊງ່ອນ, ສະນັ້ນລາຍການ “​ແມ່​ນ້ຳເລົ່າເລື່ອງ” ຍັງໄດ້​ຖື​ວ່າ​ ແມ່ນ​ຜະລິດ​ຕະພັນ​ສິລະ​ປະ​ ທີ່​ເປັນ​ເອກະລັກ​ສະ​ເພາະ.

ຈຸດ​ເດັ່ນ​ພິ​ເສດ ​ຂອງ​ ງານ​ບຸນ​ແມ່ນ​ລາຍ​ການສະແດງ​ສິ​ລະ​ປະ “ແມ່​ນ້ຳ​ເລົ່າ​ເລື່ອງ” - ສະທ້ອນໃຫ້ເຫັນ​ປະ​ຫວັດ​ສາດ ​ອັນຍາວ ນານ ຂອງໄຊ​ງ່ອນ-ເຈີ້ເລີນ-ຢາ​ດິ້ງ-ນະ​ຄອນ ໂຮ່ຈີມິນ ຜ່ານ ການເວລາ 300 ກວ່າ​ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ. ພາບ: ຫງວຽນລວນ/VNP

ງານບຸນແມ່ນ້ຳ ນະຄອນ ​ໂຮ່ຈີມິນ ​ໄດ້​ເຜີຍ​ແຜ່​ຄວາມ​ພາກພູມ​ໃຈ ​ແຫ່ງ​ຄວາມ​ຮັກ​ແພງ​ນະຄອນ ພ້ອມ​ທັງ​ລະດົມ​ກຳລັງ​ໃຈ​ການທ່ອງທ່ຽວ ມາຍັງນັກທ່ອງທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ສ້າງ​ກຳລັງ​ແຮງ ​ແລະ ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ວັດທະນະທໍາ - ສັງຄົມ​ ຂອງ ​ນະຄອນ​ ໃນ​ໄລຍະ​ໃໝ່.

ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ

top