ຂ່າວສານ

ແມ່ຍິງໃນການຜະລິດກະສິກຳ ຂອງ ຮ່າໂນ້ຍ

ປັດຈຸບັນ ໃນພື້ນທີ່ນະຄອນ ຮ່າໂນ້ຍ ມີຮາກຖານການຜະລິດ, ດໍາເນີນ ທຸລະກິດ ກະສິກຳ, ປ່າໄມ້ ແລະ ການປະມົງ 14.033 ແຫ່ງ; ວິສາຫະກິດຜະລິດ ແລະ ດໍາເນີນທຸລະກິດ ກະສິກຳ, ປ່າໄມ້ ແລະການປະມົງ 906 ແຫ່ງ, ໃນນັ້ນ ວິສາຫະກິດແມ່ຍິງ ກວມເອົາປະມານ 40%; ສະ ຫະກອນ, ຄອບຄົວດຳເນີນທຸລະກິດເອກະເທດ ກວ່າ 1.650 ແຫ່ງ ດຳເນີນ ປະຕິບັດ ການປຸງແຕ່ງຂັ້ນຕົ້ນ, ປຸງແຕ່ງ ແລະ ເກັບຮັກສາຜະລິດຕະພັນກະເສດ.
ຮ້ານແນະນຳຜະລິດຕະພັນ ຂອງ ບໍລິສັດປຸງແຕ່ງ ອາຫານສະອາດ ຕື່ ເຕິມ.

ວັນທີ 31 ກໍລະກົດນີ້, ສະຫະພັນແມ່ຍິງນະຄອນ ຮ່າໂນ້ຍ ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໄດ້ຈັດຕັ້ງງານ ສຳມະນາ “ເສີມຂະຫຍາຍບົດບາດ ຂອງ ສະຫະພັນແມ່ຍິງ ນະຄອນ ຮ່າໂນ້ຍ ໃນການໂຄສະນາ, ຜະລິດ ແລະ ດຳເນີນທຸລະກິດ ເພື່ອຮັບ ປະກັນ ຄວາມປອດໄພ ດ້ານສະບຽງອາຫານ ໃນສະພາບການໃໝ່”.

 ເຖິງວ່າຈະເປັນນະຄອນຫຼວງ, ເນື້ອທີ່ຜະລິດກະສິກຳ ຂອງ ຮ່າໂນ້ຍ ຍັງມີຢ່່າງໃຫຍ່ຫຼວງ, ແຕ່ການຜະລິດກະສິກຳ ຂອງ ຮ່າໂນ້ຍ ຕອບສະໜອງ ໄດ້ພຽງ 20-70% (ແລ້ວແຕ່ຜະລິດຕະພັນ) ໃຫ້ກ່ວາ 10 ລ້ານຄົນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນ ແລະ ແຕ່ລະປີຕ້ອນຮັບນັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດ 20 ລ້ານເທື່ອຄົນ, ສ່ວນທີ່ເຫຼືອ ແມ່ນ ຖືກສົ່ງ ມາຈາກຕ່າງແຂວງ, ນະຄອນຕ່າງໆ ແລະ ການນໍາເຂົ້າ. 

ຕາມບົດລາຍງານ ຂອງ ກົມກະສິກຳ ແລະ ພັດທະນາຊົນນະບົດ, ຮ່າ ໂນ້ຍ ມີຮາກຖານການຜະລິດ, ດຳເນີນທຸລະກິດກະສິກຳ, ປ່າໄມ້ ແລະ ການປະມົງ 14.033 ແຫ່ງ; ວິສາຫະກິດ ຜະລິດ, ດຳເນີນທຸລະກິດກະສິກຳ, ປ່າໄມ້ ແລະ ການປະມົງ 906 ແຫ່ງ, ໃນນັ້ນ ວິສາຫະກິດແມ່ຍິງກວມເອົາປະມານ 40%; ດຳເນີນທຸລະກິດເອກະເທດ ກວ່າ 1.650 ແຫ່ງ  ດຳເນີນປະຕິບັດ ການປຸງແຕ່ງຂັ້ນຕົ້ນ, ປຸງແຕ່ງ ແລະ ເກັບຮັກສາ ຜະລິດຕະພັນ ກະເສດ. ຮ່າໂນ້ຍ ໄດ້ສ້າງ ແລະ ພັດທະນາ 159 ຕ່ອງໂສ້ການຜະລິດ, ປຸງແຕ່ງ ແລະ ສະໜອງຜະລິດຕະພັນທີ່ປອດໄພ, ດຶງດູດຫຼາຍວິສາຫະກິດ, ສະຫະກອນ ແລະ ຄອບຄົວຊາວກະສິກອນເຂົ້າຮ່ວມຢ່າງຕັ້ງໜ້າ.

ເຄືອຂ່າຍ ຫຼາຍແຫ່ງໄດ້ຮັບການຈັດຕັ້ງແບບຄົບວົງຈອນ, ນັບແຕ່ ການ ຜະລິດ ໄປຈົນເຖິງການຈຳໜ່າຍ ແລະ ການບໍລິໂພກ, ສ້າງບັນດາຍີ່ຫໍ້ຜະລິດຕະພັນທີ່ເຂັ້ມແຂງຢູ່ໃນທ້ອງຕະຫຼາດຄື: ສະຫະກອນ ຮ່ວາງລອງ, ຊີ້ນໝູ Oganic, ໄຂ່ໄກ່ ຂອງ ບໍລິສັດຫຸ້ນສ່ວນ ທຽນວຽນ, ບໍລິສັດເຫັດ ຂອງ ບໍລິສັັດ Kinoko ແທງກາວ ແລະ ອື່ນໆ.

ໃນ 6 ເດືອນຕົ້ນປີ 2023, ບັນດາຫົວໜ່ວຍ ຂັ້ນພະແນກ ໄດ້ສົມທົບກັນຈັດຕັ້ງກອງປະຊຸມ, ງານສຳມະນາ, ໂຄສະນາເຜີຍແຜ່, ອົບຮົມຄວາມຮູ້ ກ່ຽວກັບຄຸນນະພາບອຸປະກອນ ແລະ ຄວາມປອດໄພດ້ານສະບຽງອາ ຫານ ຂອງ ຜະລິດຕະພັນກະເສດ ລວມ 58 ຄັ້ງ ໂດຍມີຜູ້ເຂົ້າຮ່ວມ 5.600 ກວ່າຄົນ; ບັນດາຫົວໜ່ວຍ ຂັ້ນພະແນກ ໄດ້ເພີ່ມທະວີ ການສົມ ທົບ ກັບສະຫະພັນແມ່ຍິງ ທຸກຂັ້ນ ເພື່ອການຫັນເປັນຫຼາກຫຼາຍ ການ ເຄື່ອນໄຫວ ໂຄສະນາ,  ເຜີຍແຜ່ຄວາມຮູ້ ກ່ຽວກັບ ອາຫານທີ່ປອດໄພ; ຄຳແນະນຳ ກ່ຽວກັບການປຸງແຕ່ງ, ການເກັບຮັກສາ ແລະ ການນຳໃຊ້ ອາຫານທີ່ປອດໄພ...

ວຽກງານຕິດຕາມກວດກາຄຸນນະພາບ ແລະ ຄວາມປອດໄພດ້ານສະ ບຽງອາຫານ ຂອງ ຜະລິດຕະພັນກະເສດ, ປ່າໄມ້ ແລະ ການປະມົງ ແມ່ນໄດ້ດຳເນີນເປັນວົງກວ້າງ, ໂດຍສຸມໃສ່ບັນດາຜະລິດຕະພັນທີ່ມີຄວາມສ່ຽງສູງ.

ໃນງານສຳມະນາ, ບັນດາຜູ້ແທນ ໄດ້ແບ່ງປັນ ຂໍ້ມູນຂ່າວສານ ທີ່ເປັນ ປະໂຫຍດ ກ່ຽວກັບວຽກງານຮັບປະກັນຄວາມປອດໄພ ດ້ານສະບຽງອາ ຫານ ໃນການຜະລິດ ແລະ ຄ້າຂາຍຜະລິດ ຕະພັນກະເສດ, ປ່າໄມ້ ແລະ ການປະມົງ ໃນພື້ນທີ່ນະຄອນ; ບັນດາວິທີການແກ້ໄຂ ເພື່ອເພີ່ມທະວີ ການຮັບປະກັນຄວາມປອດໄພດ້ານສະບຽງອາຫານໃນການຜະ ລິດ ແລະ ຄ້າຂາຍຜະລິດຕະພັນ ກະສິກຳ, ປ່າໄມ້ ແລະ ການປະມົງ; ໃນສະພາບຕົວຈິງ, ບົດບາດ ຂອງ ສະຫະພັນແມ່ຍິງ ທຸກຂັ້ນທີ່ ກ່ຽວ ຂ້ອງເຖິງການໂຄສະນາ, ຊຸກຍູ້ການຜະລິດ, ຄ້າຂາຍ ແລະ ຈຳໜ່າຍຜະລິດຕະພັນ ກະເສດປອດໄພ; ບົນພື້ນຖານນັ້ນ ພ້ອມກັນສະເໜີວິທີແກ້ໄຂໃນຄັ້ງຕໍ່ໄປ...


top