ແຟຊັ່ນ

ແພຄຽນຫົວແບບຮູບສົບກາ

ແພຄຽນຫົວແບບຮູບສົບກາ ກັບເສື້ອແພສີ່ປ່ຽງ ແມ່ນມີມາແຕ່ດົນນານແລ້ວ ແລະຮູບພາບ ແພ ຄຽນຫົວຮູບສົບກາ ຍັງຕິດພັນກັບຊີວິດປະຈຳວັນ ອັນເປັນການເຊີດຊູ ດ້ານວັດທະນະທຳອັນ ໜຶ່ງຂອງແມ່ຍິງພາກເໜືອຫວຽດນາມ ຈົນເທົ່າສູ່ມື້ນີ້.


ແພຄຽນຫົວແບບຮູບສົບກາກັບເສື້ອແພສີ່ປ່ຽງແມ່ນການນຸ່ງຖືທີ່ມີມາດົນນານຂອງແມ່ຍິງພາກເໜືອຫວຽດນາມ. ເຖິງວ່າ ປັດຈຸບັນ, ຮູບພາບແພ ຄຽນຫົວແບບຮູບສົບກາຍັງຄົງຕົວ ແລະ ຕິດພັນກັບຊີວິດປະຈຳວັນ ແຕ່ໄດ້ເສີມສ້າງສິນລາຍວັດທະນະທຳອັນດັ້ງເດີມຕະຫຼອດມາ.

Ảnh đẹp - Báo Ảnh
ແພຄຽນຫົວຮູບສົບກາແມ່ນເຄື່ອງນຸ່ງຂອງຖືທີ່ບໍ່ອາດຂາດໄດ້ຂອງນັກຂັບລຳ “ກວານຫໍ້”.
ແພຄຽນຫົວຮູບສົບກາຂອງແມ່ຍິງພາກເໜືອໃນຊຸມປີ ຄສ 1950.

 

Ảnh đẹp - Báo Ảnh
ແພຄຽນຫົວຮູບສົບກາຈະເຊີດຊູວາດຊົງສະສວຍຂອງແມ່ຍິງ

Ảnh đẹp - Báo Ảnh
ຊຸດເສື້ອຜ້າອາພອນໃນການສະແດງຂອງນັກຂັບລຳ “ກວານຫໍ້”

ແພຄຽນຫົວແບບຮູບສົບກາຕ້ອງຄຽນແນວໃດໃຫ້ພໍເໝາະກັບບຸກຄະລິກເຊິ່ງສ້າງໃບໜ້າຄ້າຍຄືກັບຮູບດອກບົວຈຸມ. ສະນັ້ນ, ເມື່ອຕ້ອງການເອົາ ແພຄຽນຫົວຮູບສົບກາໃຫ້ໄດ້ງາມ, ກ່ອນອື່ນໝົດຕ້ອງຮູ້ຈັກວິທີເກົ້າຜົມໃນຜືນແພ, ຈັດເປັນມ້ວນວົງກົມເທິງຫົວເນີ້ງໄປທາງງ່ອນໂດ້ນເລັກໜ່ອຍ ແລະ ເໜັບໃສ່ດ້ວຍເຂັມມຸດ. ໃຊ້ແພສີ່ຫຼ່ຽມພັບໄຂວ່ເປັນຮູບສາມຫຼ່ຽມແລ້ວຫັກ, ພັບຮູບສົບກາຢູ່ກາງຫົວ, ຈັບສອງມຸມແພໄປທາງຫູທັງສອງ ແລະ ຂອດເປັນປົມຢູ່ງ່ອນໂດ້ນ.

Ảnh đẹp - Báo Ảnh
ເຖິງຈະຂີ້ອາຍແຕ່ກໍເພີ່ມສະເໜ່ໃນແພຄຽນຫົວຮູບສົບກາ

Ảnh đẹp - Báo Ảnh
 ບັນດາແມ່ເຖົ້າມັກໃຊ້ແພຄຽນຫົວຮູບສົບກາໃນໂອກາດຊຸມນຸມ ຫຼື ງານບຸນບ້ານ

Ảnh đẹp - Báo Ảnh
ແພຄຽນຫົວເຮັດໃຫ້ຊົງຜົມຮຽບຮ້ອຍ ແລະ ເສີມໃຫ້ໃບໜ້າສວຍງາມກວ່າອີກ

ແພຄຽນຫົວແບບຮູບສົບກາໄດ້ກາຍເປັນເຄື່ອງປະດັບໂສມຂອງແມ່ຍິງ ແລະ ເຊີດຊູວັດທະນະທຳອັນດີງາມໃນມື້ງານບຸນຢູ່ເຂດບ້ານນາ ຫວຽດ ນາມ. ຄຽງຂ້າງກັນນັ້ນໃນຊີວິດປະຈຳວັນ, ຮູບການຄຽນແພຮູບສົບກາໄດ້ມີສ່ວນງ່າຍດາຍກວ່າເກົ່າ. ບັນດາແມ່ຍິງ ມັກໃຊ້ແພຄຽນຫົວແບບນີ້ ເພື່ອຄວາມສວຍງາມຂອງຕົນເອງ ແລະ ເຮັດໃຫ້ຊົງຜົມຮຽບຮ້ອຍຕາມສະໄໝນິຍົມກວ່າ.
ບໍ່ພຽງແຕ່ເທົ່ານັ້ນ, ການນຸ່ງຖືຂອງຜູ້ຍິງທາງພາກເໜືອຫວຽດນາມ ຍັງໄດ້ສະແດງອອກມາໃນຊຸດເສື້ອແພສີ່ປ່ຽງ, ອ້ຽມ ແລະກຸບ. ນັ້ນແມ່ນຄວາມງາມແບບສະເໜ່ຫາຂອງແຟຊັ່ນຫວຽດນາມ ທີ່ຄວນຮັກສາ ແລະ ທະນຸຖະໜອມໄວ້ຕະຫຼອດໄປ. 
                                                                                               ບົດ: ບິກເວີນ ພາບ: ເຕີດເຊີນ

top