ຂ່າວສານ

ແຜ່ຂະຫຍາຍບັນດາຄຸນຄ່າຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ

ຕອນເຊົ້າວັນທີ 27 ເມສາ ປີ 2022 ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີສົ່ງກອງທະຫານຊ່າງແສງເລກ 1 ແລະ ໂຮງໝໍກາງສະຫນາມ ຂັ້ນ 2 ເລກ 4 ອອກເດີນທາງໄປປະຕິບັດຫນ້າທີ່ຮັກສາສັນຕິພາບຂອງ ສະຫະປະຊາຊາດ ຢູ່ Abyei ແລະ ຊູດັງໃຕ້. ການເຄື່ອນໄຫວຮັກສາສັນຕິພາບພ້ອມກັບສະຫະປະຊາຊາດຂອງ ຫວຽດນາມ ໃນໄລຍະ 8 ປີຜ່ານມາ ນັບມື້ນັບແຜ່ຂະຫຍາຍພາບພົດປະເທດຊາດ ແລະ ຊາວຫວຽດນາມ ຮັກຫອມສັນຕິພາບ ເພື່ອປະຊາຄົມມວນມະນຸດທີ່ວັດທະນາຖາວອນ ແລະ ພັດທະນາ.
  ທ່ານປະທານປະເທດ ຫງວຽນຊວນຟຸກ ແລະຄະນະຜູ້ແທນ ມາສົ່ງກອງທະຫານຂຶ້ນຍົນເດີນທາງໄປປະຕິບັດຫນ້າທີ່ການຮັກສາສັນຕິພາບ ສປຊ ຢູ່ ຊຸດັງ ໃຕ້. ພາບ:qdnd.vn  

 ໃນປະຫວັດສາດອັນສະຫງ່າອົງອາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຊາດ ຫວຽດນາມ ໄດ້ຜ່ານຜ່າການຕໍ່ຕ້ານອັນຍືດເຍື້ອຍາວນານ ລຳບາກມາເປັນຫລາຍຄັ້ງ. ເພາະສະນັ້ນ ຫວຽດນາມ ຍາມໃດກໍມີຄວາມເຄົາລົບນັບຖື ແລະ ເຂົ້າໃຈແຈ້ງຄຸນຄ່າຂອງສັນຕິພາບຕໍ່ຊີວິດປະຈຳວັນຂອງປະຊາຊົນ ແລະ ການພັດທະນາຂອງທຸກປະເທດຊາດ. ແຜນນະໂຍບາຍເຂົ້າຮ່ວມການປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບໃນໂລກຂອງຫວຽດນາມ ແມ່ນໄດ້ສ້າງມາຫລາຍໆປີແລ້ວ. ຄວາມຕັດສິນໃຈດ້ານການເມືອງຢ່າງໝັ້ນຄົງຍາວນານຂອງພັກ, ລັດ, ກອງທັບປະຊາຊົນ ຫວຽດນາມ ໃນການປະກອບສ່ວນປົກປັກຮັກສາສັນຕິພາບຢູ່ ພາກພື້ນ ແລະ ໃນໂລກ ແມ່ນໄດ້ສະແດງໃຫ້ເຫັນຢູ່ ມາດຕາ 65 ລັດຖະທຳມະນູນປີ 2013, ໂດຍກຳນົດຄວາມຮັບຜິດຊອບຂອງກຳລັງປະກອບອາວຸດ ສສ ຫວຽດນາມ ໃນການປະຕິບັດພັນທະສາກົນ.

ມາຮອດປະຈຸບັນ ໄດ້ມີ ພະນັກງານ, ນາຍທະຫານກອງທັບປະຊາຊົນ ຫວຽດນາມ ກວ່າ 170 ເທື່ອຄົນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ຕົວເລກນີ້ ນຳມາເຊິ່ງຄຸນຄ່າສັນຍາລັກອັນໃຫຍ່ຫລວງກ່ຽວກັບພາບພົດຂອງປະເທດ ຫວຽດນາມ ແຫ່ງການປ່ຽນແປງໃຫມ່, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ໝາກຜົນຂອງເລື່ອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ໄດ້ປະກອບສ່ວນຍົກສູງທີ່ຕັ້ງ ແລະ ສຽງເວົ້າ ທັດສະນະຂອງຫວຽດນາມໃນການແກ້ໄຂບັນດາບັນຫາສາກົນ, ຈາກນັ້ນ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນກັບບັນດາປະເທດ ແລະ ຄູ່ຮ່ວມມື; ຖືເປັນສຳຄັນອິດທິພົນຊື່ສຽງຂອງກຳລັງປະກອບອາວຸດ ຫວຽດນາມ, ປະກອບສ່ວນເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ເພີ່ມທະວີການຮັບໃຊ້ວຽກງານຄົ້ນຄ້ວາ, ຄາດຄະເນຍຸດທະສາດ, ຍົກສູງລະດັບຄວາມຮູ້ຂອງພະນັກງານໃນບັນດາຂົງເຂດອື່ນເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ເລື່ອງຫວຽດນາມ ຕັ້ງຫນ້າ ເຂົ້າຮ່ວມການປະກອບສ່ວນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ປະກອບສ່ວນຢັ້ງຢືນແນວທາງການຕ່າງປະເທດຫລາຍຝ່າຍ, ຫລາຍຮູບຫລາຍແບບການພົວພັນກັບສາກົນຂອງພັກ, ລັດ, ສ່ອງແສງໃຫ້ເຫັນການປ່ຽນແປງໃຫມ່ອັນສຳຄັນກ່ຽວກັບຈິນຕະນາການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງຈະແຈ້ງ, ສ້າງຂີດໝາຍແຫ່ງການພັດທະນາໃຫມ່ໃນວິວັດການເຊື່ອມໂຍງດ້ານປ້ອງກັນຊາດຂອງຫວຽດນາມ ເຂົ້າກັບສາກົນ ເພື່ອຕອບສະຫນອງ ເປົ້າໝາຍສ້າງສາ, ປົກປັກຮັກສາປະເທດຊາດ.   ຜ່ານການເຄື່ອນໄຫວນີ້, ຫວຽດນາມ ສືບຕໍ່ຢັ້ງຢືນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຮັກຫອມສັນຕິພາບ, ເຄົາລົບບັນດາເປົ້າໝາຍ, ຄະຕິທຳຂອງ ສປຊ, ປະກອບສ່ວນສ້າງສາ ແລະ ກໍ່ສ້າງສັນຕິພາບແບບຍືນຍົງ.

  ທ່ານປະທານປະເທດ ແລະ ບັນດາສະມາຊິກໂຮງໝໍກາງສະຫນາມ ພ້ອມກັນຮ້ອງເພງ . ພາບ: dnd.vn   

 ເລື່ອງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ທັງແມ່ນການປະຕິບັດພັນທະຂອງປະເທດສະມາຊິກ ສປຊ ແລະ ສອດຄ່ອງກັບ ກົດບັດ ສປຊ. ຫວຽດນາມ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ, ຍາມໃດກໍ່ປະຕິບັດບົດບາດແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ ເປັນຢ່າງດີ, ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມຮັກສາສັນຕິພາບໂລກ ດ້ວຍການເຄື່ອນໄຫວລະອຽດ, ປະຕິບັດບົດບາດແມ່ນ “ທູດສັນຕິພາບ” ເປັນຢ່າງດີ; ປາດຖະຫນາຢາກໃຫ້ເພື່ອນມິດໃນ 5 ທະວີບເຂົ້າໃຈກ່ຽວກັບ ປະເທດຫວຽດນາມ ຮັກຫອມສັນຕິພາບ. ຈິດໃຈອຸທິດສ່ວນ, ເຮັດວຽກຢ່າງມີຄວາມຮັບຜິດຊອບ, ສຸດຈິດສຸດໃຈຂອງນາຍທະຫານຮັກສາສັນຕິພາບ ຫວຽດນາມ ຢູ່ ສປຊ ນັບມື້ນັບແຜ່ຂະຫຍາຍພາບພົດປະເທດຊາດ, ຊາວ ຫວຽດນາມ ຮັກຫອມສັນຕິພາບ ເພື່ອປະຊາຄົມມວນມະນຸດວັດທະນາຖາວອນ ແລະ ພັດທະນາ.


top