ຂ່າວສານ

ແຜ່ຂະຫຍາຍຄວາມຮັກແພງ, ການແບ່ງປັນຈາກການເຄື່ອນໄຫວອາສາສະໝັກ

ການບໍລິຈາກເລືອດພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວໄດ້ຮັບຄວາມສົນໃຈຂອງທົ່ວສັງຄົມ, ດຶງດູດຜູ້ເຂົ້າຮ່ວມວຽກງານອາສາສະໝັກຢ່າງຫຼວງຫຼາຍ.
ຈົ່ງແບ່ງປັນຄວາມຮັກແພງ, ເພື່ອນຈະໄດ້ຮັບຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ. (ພາບປະກອບ: hanoimoi.com.vn)

ການເຄື່ອນໄຫວອາສາສະໝັກເພື່ອວົງຄະນະຍາດ ກໍຄືຂະບວນການອາສາສະໝັກຂອງຊາວໜຸ່ມ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ແລະ ປະກອບສ່ວນຫຼາຍຢ່າງໃຫ້ແກ່ວົງຄະນະຍາດ, ສັງຄົມ. ເຖິງວ່າຢູ່ໃນຈຸດເວລາປະຫວັດສາດໃດກໍ່ຕາມ, ຈິດໃຈອາສາສະໝັກຍາມໃດກໍ່ແມ່ນພື້ນຖານໃຫ້ແກ່ການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນຕໍ່ປະເທດຊາດ. ເນື່ອງໃນໂອກາດວັນອາສາສະໝັກສາກົນ ( 05 ທັນວາ), ນັກຂ່າວ VOV ມີບົດຂຽນເຊີດຊູການປະກອບສ່ວນຂອງຜູ້ອາສາສະໝັກໃນທຸກແຖບຖິ່ນທົ່ວປະເທດ, ເຊິ່ງແມ່ນຜູ້ທີ່ຍາມໃດກໍ່ມີຄວາມສຸດຈິດສຸດໃຈກັບການເຄື່ອນໄຫວເພື່ອວົງຄະນະຍາດ, ສັງຄົມ.

ການບໍລິຈາກເລືອດມະນຸດສະທຳແມ່ນໜຶ່ງໃນບັນດາການກະທຳອັນສູງສົ່ງຂອງມະນຸດດ້ວຍກັນ ແລະ ແມ່ນການເຄື່ອນໄຫວໄດ້ຮັບການແຜ່ຂະຫຍາຍຢູ່ທັງ 63 ແຂວງ, ນະຄອນໃນທົ່ວປະເທດໃນຫຼາຍປີຜ່ານມາ. ໂດຍຮັບຮູ້ໄດ້ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈເຊິ່ງເປັນການເຄື່ອນໄຫວທີ່ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ເລື່ອງບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງແຕ່ລະຄົນ, ໂດຍສະເພາະແມ່ນພວກເພື່ອນຊາວໜຸ່ມໃນປະຈຸບັນ. ອ້າຍ ຫງວຽນແອັງຕວນ, ໄດ້ບໍລິຈາກເລືອດ 20 ຄັ້ງ ແລະ ອ້າຍ ຫງວຽນດຶກທ້ວນ, ບໍລິຈາກເລືອດ 15 ຄັ້ງ, ແບ່ງປັນວ່າ:

“ຂ້າພະເຈົ້າບໍລິຈາກເລືອດຄັ້ງທຳອິດແມ່ນໃນປີ 2009 ຕາມຄຳຮຽກຮ້ອງຂອງຄະນະຊາວໜຸ່ມ. ມາຮອດປະຈຸບັນຂ້າພະເຈົ້າຍັງຈະສືບຕໍ່ບໍລິຈາກເລືອດຕື່ມອີກ”.

“ຂ້າພະເຈົ້າເຫັນວ່າ ການບໍລິຈາກເລືອດແມ່ນມີປະໂຫຍດຕໍ່ວົງຄະນະຍາດ. ເລືອດທີ່ຂ້າພະເຈົ້າບໍລິຈາກຈະມີປະໂຫຍດຕໍ່ຄົນເຈັບ ແລະ ວົງຄະນະຍາດທີ່ພວມຕ້ອງການ”.

ແຕ່ລະປີ, ມີຜູ້ອາສາສະໝັກນັບລ້ານເທື່ອຄົນໄດ້ບໍລິຈາກເລືອດ, ຊ່ວຍໃຫ້ຂະແໜງສາທາລະນະສຸກ ຜ່ານຜ່າວິກິດການຂາດເຂີນເລືອດຫຼາຍຄັ້ງ. ເລືອດທີ່ບໍລິຈາກດ້ວຍຄວາມສະໝັກໃຈນັ້ນບໍ່ພຽງແຕ່ເປັນຢາກອບກູ້ເອົາຊີວິດເທົ່ານັ້ນ, ຫາກຍັງແມ່ນນ້ຳໃຈແຫ່ງຄວາມຮັກແພງທີ່ມີຕໍ່ຊີວິດຂອງຄົນເຈັບອີກດ້ວຍ. ທ່ານ ເລຢາຕຽນ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ໃຫ້ຮູ້ວ່າ:

“ໃນຊຸມປີຜ່ານມາ, ມີ ສະໂມສອນຫຼາຍແຫ່ງຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈໄດ້ຮັບການສ້າງຕັ້ງຂຶ້ນ. ມາຮອດປະຈຸບັນ, ທົ່ວປະເທດມີຫຼາຍກວ່າ 4.000 ສະໂມສອນ, ກຸ່ມບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ນີ້ແມ່ນກຳລັງຫຼັກແຫຼ່ງໃນວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ”.

ການບໍລິຈາກເລືອດພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວໄດ້ຮັບຄວາມສົນໃຈຂອງທົ່ວສັງຄົມ, ດຶງດູດຜູ້ເຂົ້າຮ່ວມວຽກງານອາສາສະໝັກຢ່າງຫຼວງຫຼາຍ. ພ້ອມກັນນັ້ນ, ບັນດາຂະບວນການອາສາສະໝັກກໍໄດ້ຈັດຂຶ້ນໃນຫຼາຍຂົງເຂດຂອງຊີວິດ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ມີຫົວຄິດປະດິດສ້າງຄື: ອາສາສະໝັກປະຈັນບານໄປປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ການກໍ່ສ້າງຊົນນະບົດໃໝ່, ປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນ ຕ້ານໄພທຳມະຊາດ, ໂລກລະບາດ… ພິເສດໃນໄລຍະ 2 ປີມໍ່ໆມານີ້, ເມື່ອໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ຈິດໃຈອາສາສະໝັກ ພັດໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງຍິ່ງກວ່າເວລາໃດໝົດ. ອ້າຍ ຫງວຽນຈູງແທັງ, ແມ່ນໜຶ່ງໃນບັນດາບຸກຄົນທີ່ເປັນແບບຢ່າງ ທີ່ໄດ້ຕັ້ງໜ້າເຄື່ອນໄຫວຢູ່ນະຄອນ ເກິນເທີ ໃນໄລຍະຜ່ານມາ, ແບ່ງປັນວ່າ:

“ວຽກງານອາສາສະໝັກແມ່ນຢູ່ໃນໃຈ, ຂ້າພະເຈົ້າສະໝັກໃຈເຮັດເອງ, ບໍ່ມີຜູ້ໃດມາບອກ, ມາຊຸກຍູ້. ເມື່ອເຮັດວຽກງານນີ້ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ທຸກຄົນໄດ້ຮັບເຄື່ອງໃຊ້ທີ່ຈຳເປັນ ຈະຊ່ວຍຜ່ານຜ່າຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ. ຂ້າພະເຈົ້າມີເງື່ອນໄຂດີກວ່າເຂົາເຈົ້າ, ສະນັ້ນຈຶ່ງມານະພະຍາຍາມຊ່ວຍພໍ່ແມ່ປະຊາຊົນ, ນັ້ນແມ່ນວຽກງານຕ້ອງເຮັດ”.

ສຳລັບຜູ້ອາສາສະໝັກແລ້ວ, ຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກທີ່ສຸດນັ້ນແມ່ນການນຳເອົາກຳລັງແຮງຂອງຕົນທີ່ພວມມີຢູ່ເພື່ອມາແບ່ງປັນ ແລະ ອຸທິດສ່ວນໃຫ້ແກ່ຄົນອື່ນ, ເພື່ອໃຫ້ທຸກຄົນພ້ອມກັນມີຄວາມສຸກ. ຍ້ອນເຫດນັ້ນ, ບໍ່ວ່າຜູ້ໃດກໍ່ສາມາດເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ, ອຸທິດສ່ວນໃຫ້ແກ່ວົງຄະນະຍາດ, ສັງຄົມ ດ້ວຍບັນດາຮູບແບບທີ່ແຕກຕ່າງກັນ, ເໝາະສົມກັບຄວາມສາມາດຂອງຕົນ. ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດນັ້ນ, ພ້ອມກັບກຳລັງແພດໝໍ, ມີນັກສຶກສາ, ພະສົງສຳມະເນນ… ໃນທົ່ວປະເທດ ໄດ້ຂຽນໜັງສືສະໝັກເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດ ດ້ວຍຄວາມປາດຖະໜາຢາກສົ່ງກຳລັງແຮງທີ່ຕັ້ງໜ້າໃຫ້ແກ່ຄົນເຈັບ ແລະ ທັງແພດໝໍຢູ່ແນວໜ້າໃນການປ້ອງກັນ, ຕັ້ງໜ້າໜູນຊ່ວຍກຳລັງສາທາລະນະສຸກຕື່ມອີກ.

“ຖ້າຂ້າພະເຈົ້າຍັງມີໂອກາດ ຈະສືບຕໍ່ເຂົ້າຮ່ວມວຽກງານອາສາສະໝັກຕື່ມອີກ. ຊ່ວຍແພດໝໍວຽກງານໃດໜຶ່ງ, ເຮັດອະນາໄມທຳຄວາມສະອາດ ຫຼື ເບິ່ງແຍງດູແລ, ຮັບໃຊ້ໃຫ້ແກ່ຄົນເຈັບ, ວຽກງານໃດທີ່ບໍ່ຕ້ອງການດ້ານວິຊາສະເພາະນັ້ນ ຂ້າພະເຈົ້າສາມາດເຮັດໄດ້ໝົດ.”

“ນັກບວດສາສະໜາກາໂຕລິກເຂົ້າຮ່ວມວຽກງານອາສາສະໝັກ ຍ້ອນມີຄວາມຮັກແພງຄົນເຈັບ. ຕາມປົກກະຕິແມ່ນເຮັດວຽກ 4-5 ຊົ່ວໂມງ, ເຮັດວຽກຄືດັ່ງເປັນພະຍາບານຄົນໜຶ່ງເລີຍ. ເມື່ອເຫັນຄົນເຈັບອອກໂຮງໝໍນັ້ນ ຕົນເອງດີໃຈທີ່ສຸດ”.

ຈິດໃຈຍອມອຸທິດສ່ວນ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ລຳບາກ, ພ້ອມກັນນັ້ນແມ່ນການແບ່ງປັນຄວາມເຫັນອົກເຫັນໃຈ, ຄວາມຮັກແພງ ແມ່ນເຄື່ອງມືຂອງຜູ້ອາສາສະໝັກທີ່ ພວມເຂົ້າຮ່ວມວຽກງານສັງຄົມ ນັບທັງເວັນ ແລະ ຄືນຢ່າງບໍ່ຮູ້ອິດຮູ້ເມື່ອຍ. ຈົ່ງແບ່ງປັນຄວາມຮັກແພງ, ເພື່ອນຈະໄດ້ຮັບຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ. ນັ້ນແມ່ນຄວາມຄິດລວມຂອງຜູ້ອາສາສະໝັກແຕ່ລະຄົນ ເມື່ອເຂົ້າຮ່ວມການເຄື່ອນໄຫວເພື່ອວົງຄະນະຍາດ ແລະ ຈິດໃຈດັ່ງກ່າວນີ້ຈະສືບຕໍ່ໄດ້ແຜ່ຂະຫຍາຍຜ່ານຫຼາຍລຸ້ນຄົນຂອງຊາວ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)


top