ຂ່າວສານ

ແຜນທີ່ຊາຍແດນກຳປູເຈຍ-ຫວຽດນາມ ຈະສົ່ງໃຫ້ສະຫະປະຊາຊາດເກັບຮັກສາໄວ້

ລັດຖະບານແຫ່ງລາຊະອານາຈັກກຳປູເຈຍ ຈະສົ່ງຊຸດແຜນທີ່ພູມສັນຖານເສັ້ນຊາຍແດນເຊິ່ງກຳປູເຈຍ ແລະ ຫວຽດນາມ ໄດ້ເປັນເອກະພາບໃຫ້ສະຫະປະຊາຊາດເກັບຮັກສາໄວ້ເພື່ອໃຫ້ປະຊາຄົມສາກົນຮອງຮັບ.

 
ພິທີມອບຮັບແຜນທີ່ພູມສັນຖານຊາຍແດນກຳປູເຈຍ-ຫວຽດນາມ

(ພາບ: TTXVN)


ວັນທີ 27 ສິງຫາ, ທ່ານລັດຖະມົນຕີຂັ້ນສູງຮັບຜິດຊອບຄະນະກຳມະການຊາຍແດນກຳປູເຈຍ Var Kimhong ໄດ້ແຈ້ງໃຫ້ຊາບວ່າ, ລັດຖະບານແຫ່ງລາຊະອານາຈັກກຳປູເຈຍ ຈະສົ່ງຊຸດແຜນທີ່ພູມສັນຖານເສັ້ນຊາຍແດນເຊິ່ງກຳປູເຈຍ ແລະ ຫວຽດນາມ ໄດ້ເປັນເອກະພາບໃຫ້ສະຫະປະຊາຊາດເກັບຮັກສາໄວ້ເພື່ອໃຫ້ປະຊາຄົມສາກົນຮອງຮັບ.

ກ່າວຄຳເຫັນທີ່ພິທີມອບຮັບແຜນທີ່ພູມສັນຖານຊາຍແດນກຳປູເຈຍ-ຫວຽດນາມ ໃນອັດຕາສ່ວນ 1/25.000 ໃຫ້ແກ່ 35 ກະຊວງ ແລະ ອົງການແຫ່ງລັດກຳປູເຈຍ, ທ່ານ Var Kimhong ໃຫ້ຮູ້ວ່າ, ລັດຖະບານກຳປູເຈຍ ຈະປຶກສາຫາລືກັບຫວຽດນາມ ເພື່ອປະຕິບັດວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນຢູ່ເສັ້ນຊາຍແດນທີ່ຍັງເຫຼືອ 16% ໃຫ້ສຳເລັດ.

ແຜນທີ່ພູມສັນຖານດັ່ງກ່າວແມ່ນໝາກຜົນຂອງວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງກຳປູເຈຍ - ຫວຽດນາມ ໄດ້ 84%ແລ້ວ, ເຊິ່ງໄດ້ເລີ່ມປະຕິບັດມາແຕ່ປີ 2006.

(ແຫຼ່ງຄັດຈາກ VOV)


top